lo_tn/rut/04/09.md

3.0 KiB

ພວກຜູ້ໃຫຍ່ ເເລະ ຄົນທັງປວງ

ນີ້ຫມາຍເຖິງປະຊາຊົນທຸກຄົນທີ່ມາປະຊຸມຢູ່ສະຖານທີ່ປະຊຸມ, ບໍ່ແມ່ນສຳລັບທຸກໆຄົນໃນເມືອງນີ້.

ທຸກສິ່ງທີ່ເປັນຂອງເອລີເມເລັກ ເເລະ ທຸກສິ່ງທີີ່ເປັນຂອງຄິລິໂອນ ເເລະຂອງມາໂລນ

ນີ້ຫມາຍເຖິງທີ່ດິນ ແລະຊັບສິນທັງຫມົດຂອງຜົວ ແລະລູກຊາຍຂອງນາງນາໂອມີທີ່ຕາຍໄປ.

ຈາກມືຂອງນາໂອມີ

ມືຂອງນາໂອມີເປັນຕົວແທນຂອງນາໂອມີ. ນາງໄດ້ຮັບຜິດຊອບໃນການແລກປ່ຽນເງິນ. ອາດແປໄດ້ອີກວ່: "ຈາກນາງນາໂອມີ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-synecdoche)

ເພື່ອທີ່ຂ້າພະເຈົ້າຈະຍົກນາມຂອງຜູ້ຕາຍເຫນືອມໍຣະດົກຂອງເຂົາ

ລູກຊາຍຄົນທຳອິດທີ່ນາງຣຸດໄດ້ຮັບກໍ່ຈະຖືກພິຈາລະນາເປັນລູກຊາຍຂອງມາໂລນຢ່າງຖືກຕ້ອງຕາມກົດຫມາຍ ແລະ ຈະສືບທອດດິນທີ່ໂບອາດຊື້ຈາກນາໂອມີ. ອາດແປໄດ້ອີກວ່າ: "ເພື່ອວ່າຂ້ອຍຈະໄດ້ໃຫ້ລູກຊາຍຜູ້ທີ່ຈະສືບທອດມໍລະດົກຂອງຜູ້ຊາຍທີ່ຕາຍແລ້ວ"

ເພື່ອນາມຂອງເຂົາຈະບໍ່ຖືກຕັດອອກຈາກອ້າຍນ້ອງຂອງເຂົາ ເເລະ ຈາກປະຕູເເຫ່ງສະຖານທີ່ຂອງເຂົາ

ການຖືກລືມແມ່ນເວົ້າເຖິງຊື່ຂອງຄົນຫນຶ່ງທີ່ຖືກຕັດອອກຈາກລາຍຊື່ຄົນທີ່ມີຊີວິດຢູ່ກ່ອນຫນ້ານີ້. ອາດແປໄດ້ອີກວ່າ: "ເພື່ອວ່າລູກຫລານອ້າຍນ້ອງເຊື້ອສາຍ ແລະ ປະຊາຊົນເມືອງນີ້ຈະບໍ່ລືມລາວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ປະຕູເເຫ່ງສະຖານທີ່ຂອງເຂົາ

ປະຕູເມືອງແມ່ນບ່ອນທີ່ມີການຕັດສິນໃຈທາງກົດຫມາຍທີ່ສຳຄັນເຊັ່ນ: ການຕັດສິນໃຈກ່ຽວກັບວ່າໃຜເປັນເຈົ້າຂອງດິນ.