lo_tn/rut/03/08.md

2.1 KiB

ພໍເຖິງ

ປະໂຫຍກນີ້ຖືກນຳໃຊ້ຢູ່ນີ້ເພື່ອ ຫມາຍເຖິງເຫດການສຳຄັນໃນເລື່ອງ. ຖ້າພາສາຂອງທ່ານ ມີວິທີການເຮັດສິ່ງນີ້, ທ່ານສາມາດພິຈາລະນານໍາໃຊ້ມັນຢູ່ບ່ອນນີ້.

ທ່ຽງຄືນ

"ໃນຕອນກາງຄືນ"

ກໍສະດຸ້ງ

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຫຍັງທີ່ເຮັດໃຫ້ໂບອາດຕົກໃຈ. ບາງທີລາວອາດຮູ້ສຶກວ່າເຢັນຕີນ.

ເຂົາພິກໂຕ

ລາວໄດ້ແນມເບິ່ງໃນສິ່ງທີ່ເຮັດໃຫ້ລາວຕົກໃຈ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຜູ້ຍິງຄົນຫນຶ່ງມານອນຢູ່ປາຍຕີນຂອງເຂົາ

ຜູ້ຍິງຄົນນີ້ແມ່ນນາງຣຸດ, ແຕ່ໂບອາດບໍ່ສາມາດຈື່ນາງໄດ້ໃນຄວາມມືດ.

ສາວໃຊ້ຂອງນາຍທ່ານ

ນາງຣຸດໄດ້ເວົ້າກັບໂບອາດຢ່າງຖ່ອມຕົວ.

ໃຫ້ຂ້າຮັບໃຊ້ຂອງທ່ານໄດ້ຢູ່ກ້ອງຜ້າຄຸມຂອງທ່ານເຖີດ

ນີ້ແມ່ນສຳນວນທາງວັດທະນະທຳສຳລັບການແຕ່ງງານ. ອາດແປໄດ້ອີກວ່າ: "ແຕ່ງງານກັບຂ້ອຍເທີນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຍາດສະຫນິດ

ເປັນພີ່ນ້ອງທີ່ໃກ້ຊິດທີ່ມີຫນ້າທີ່ຮັບຜິດຊອບພິເສດຕໍ່ຄອບຄົວຂອງພວກເຂົາ