lo_tn/rut/03/01.md

3.1 KiB

ເເມ່ຍ່າ

ໃນກົດຫມາຍ - ນາງນາໂອມີແມ່ນແມ່ຂອງຜົວນາງຣຸດທີ່ໄດ້ຕາຍໄປແລ້ວ.

ລູກສາວຂອງເເມ່ເອີຍ

ນາງຣຸດໄດ້ກາຍເປັນລູກສາວຂອງນາງນາໂອມີໂດຍໄດ້ແຕ່ງງານກັບລູກຊາຍຂອງນາງ ແລະ ໂດຍການກະທຳຂອງນາງໃນການເບິ່ງແຍງນາໂອມີຫລັງຈາກກັບໄປເມືອງເບັດເລເຮັມ.

ແມ່ຄວນທີ່ຈະຫາທີ່ພັກສຳລັບເຈົ້າບໍ?

ນາງນາໂອມີໄດ້ໃຊ້ຄຳຖາມນີ້ເພື່ອບອກ ນາງຣຸດວ່ານາງໄດ້ວາງແຜນເພື່ອເຮັດ. ອາດແປໄດ້ອີກວ່າ: "ຂ້ອຍຕ້ອງຊອກຫາສະຖານທີ່ສຳລັບເຈົ້າ!" ຫລື "ຂ້ອຍຕ້ອງການຊອກຫາສາມີທີ່ຈະເບິ່ງແຍງເຈົ້າ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ທີ່ພັກສຳລັບເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ການຊອກຫາເຮືອນໃຫ້ນາງອາໄສຢູ່ ຫລື 2) ຕົວຢ່າງໃນການຊອກຫາສາມີເພື່ອໃຫ້ເບິ່ງແຍງນາງ. ນາງນາໂອມີອາດຈະມີຄວາມຮູ້ສຶກທັງໃນໃຈ.(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກຄົນຮັບໃຊ້ຍິງສາວທີ່ເຈົ້າໄປນຳ

"ກຳມະກອນເພດຍິງທີ່ທ່ານເຄີຍເຮັດວຽກກັບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ເຂົາເປັນຍາດສະຫນິດຂອງເຮົາບໍ່ເເມ່ນຫວາ?

ນາງນາໂອມີອາດຈະໃຊ້ຄຳຖາມນີ້ເພື່ອເຕືອນນາງຣຸດໃນບາງຢ່າງທີ່ນາງໄດ້ບອກນາງຣຸດແລ້ວ. ອາດແປໄດ້ອີກວ່າ: "ລາວແມ່ນພີ່ນ້ອງຂອງພວກເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເບິ່ງເດີ

ຄຳເວົ້ານີ້ ສະແດງໃຫ້ເຫັນເຖິງປະໂຫຍກຕໍ່ໄປນັ້ນແມ່ນມີຄວາມສຳຄັນ.

ນວດເຂົ້າ

ການນວດເຂົ້າຫມາຍຄວາມວ່າ ການແຍກເມັດເຂົ້າຈາກເຂົ້າແກບທີ່ບໍ່ຕ້ອງການ ໂດຍການໂຍນທັງເມັດເຂົ້າ ແລະ ແກບໄປໃນອາກາດ, ປ່ອຍໃຫ້ລົມພັດແກບອອກໄປ.