lo_tn/rut/02/19.md

3.8 KiB

ມື້ນີ້ເຈົ້າໄປເກັບເຂົ້າທີ່ຕົກຢູ່ໃສ? ເຈົ້າໄດ້ໄປເຮັດວຽກຢູ່ໃສ?

ນາງນາໂອມີເວົ້າເກືອບວ່າສິ່ງດຽວກັນໃນສອງວິທີທີ່ແຕກຕ່າງກັນເພື່ອສະແດງໃຫ້ເຫັນວ່ານາງສົນໃຈຫລາຍທີ່ຈະຮູ້ສິ່ງທີ່ໄດ້ເກີດຂຶ້ນກັບນາງຣຸດໃນມື້ນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຂໍໃຫ້ພຣະຢາເວອວຍພອນເຂົາ

ນາໂອມີກຳລັງຂໍໃຫ້ພຣະເຈົ້າໃຫ້ລາງວັນແກ່ໂບອາດ ສຳລັບຄວາມກະລຸນາຂອງເຂົາທີ່ມີຕໍ່ນາງຣຸດ ແລະ ແກ່ນາງເອງ.

ຜູ້ທີ່ມີຄວາມສັດຊື່

"ຜູ້ທີ່ໄດ້ສືບຕໍ່ຈົງຮັກພັກດີ." ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ໂບອາດຈົດຈຳ ພັນທະຂອງລາວຕໍ່ນາໂອມີໃນຖານະເປັນສະມາຊິກໃນຄອບຄົວຫລື 2) ນາໂອມີກຳ ລັງກ່າວເຖິງພຣະຢາເວ, ຜູ້ທີ່ກຳລັງທຳງານໂດຍຜ່ານໂບອາດ ຫລື 3) ພຣະຢາເວໄດ້ສືບຕໍ່ສັດຊື່ຕໍ່ຄົນທີ່ຍັງມີຊີວິດ ແລະ ຄົນຕາຍແລ້ວ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublenegatives)

ຜູ້ທີ່ຍັງມີຊີວິດຢູ່

"ຕໍ່ຄົນທີ່ຍັງມີຊີວິດຢູ່." ນາງນາໂອມີ ແລະ ນາງຣຸດແມ່ນ "ດໍາລົງຊີວິດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ຜູ້ທີ່ຕາຍໄປເເລ້ວ

"ຄົນທີ່ຕາຍໄປແລ້ວ." ຜົວ ແລະ ລູກຊາຍຂອງນາໂອມີເປັນ "ຄົນຕາຍໄປແລ້ວ". (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)

ເປັນຫນຶ່ງໃນບັນດາຍາດພີ່ນ້ອງສະຫນິດຜູ້ໄຖ່ຂອງພວກເຮົາ

ຜູ້ໄຖ່ - ວະລີທີສອງຢໍ້າຄືນ ແລະ ຂະຫຍາຍວະລີທຳອິດ. ນີ້ແມ່ນແບບສະບັບຂອງພາສາເຮັບເຣີທີ່ເນັ້ນຫນັກ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຜູ້ໄຖ່

ຜູ້ໄຖ່ - ພີ່ນ້ອງຊາຍຄົນຫນຶ່ງ ແມ່ນຍາດພີ່ນ້ອງຊາຍທີ່ໃກ້ຊິດ ເຊິ່ງສາມາດກູ້ເອົາແມ່ ຫມ້າຍ ທີ່ບໍ່ມີລູກອອກຈາກຄວາມເສີຍຫາຍທາງດ້ານການເງິນໂດຍການແຕ່ງງານກັບນາງ ແລະມີລູກນຳນາງ. ລາວຍັງຈະໄດ້ດິນຄືນທີ່ພີ່ນ້ອງຂອງລາວໄດ້ສູນເສຍໄປຍ້ອນຄວາມທຸກຍາກ ແລະ ແລກເອົາສະມາຊິກຄອບຄົວທີ່ໄດ້ຂາຍຕົວເອງໃຫ້ເປັນຂ້າທາດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-abstractnouns)