lo_tn/rut/02/15.md

2.0 KiB

ເມື່ອນາງລຸກຂຶ້ນເເລ້ວໄປເກັບເຂົ້າທີ່ຕົກ, ໂບອາດໄດ້ສັ່ງພວກຜູ້ຊາຍຫນຸ່ມຂອງເຂົາ

ໃນສະພາບການຂອງຄຳສັ່ງດັ່ງກ່າວ, ມັນອາດຈະແມ່ນວ່າຣຸດຢູ່ໄກສົມຄວນ ທີ່ຈະບໍ່ໄດ້ຍິນຄຳແນະນຳຂອງໂບອາດ. ອາດຈະແປໄດ້ອີກວ່າ: "ແລະ ເມື່ອຣຸດລຸກຂຶ້ນເພື່ອເກັບເມັດພືດ, ໂບອາດໄດ້ບອກກັບຊາຍຫນຸ່ມຂອງລາວໂດຍສ່ວນຕົວ"

ເມື່ອນາງລຸກຂຶ້ນເເລ້ວ

"ເມື່ອນາງຢືນຂຶ້ນເເລ້ວ"

ເເມ່ນເເຕ່ທ່າມກາງຟ່ອນເຂົ້າ

"ແມ້ແຕ່" ຫມາຍເຖິງ "ຂ້າງເທິງແລະ ນອກເຫນືອ າກສິ່ງທີ່ທຳມະດາ." ໂບອາດແນະນຳໃຫ້ຄົນງານຂອງລາວປ່ອຍໃຫ້ນາງຣຸດເກັບເມັດພັນຕ່າງໆ. ໂດຍປົກກະຕິຄົນທີ່ເກັບເມັດພືດທີ່ຕົກເຮ່ຍ ແມ່ນຖືກຫ້າມບໍ່ໃຫ້ເຮັດວຽກໃກ້ກັບເຂດເມັດພືດທີ່ເກັບກ່ຽວແລ້ວ.

ຈົ່ງດຶງຮວງເຂົ້າອອກມາຈາກຟ່ອນ

"ເອົາກ້ານເມັດພືດບາງສ່ວນອອກຈາກມັດແລະ ປ່ອຍໃຫ້ແກ່ນາງ " ຫລື "ປ່ອຍກ້ານໃບຂອງເມັດພືດ ເພື່ອນາງຈະໄດ້ເກັບເອົາ"

ຢ່າໄດ້ຫ້າມນາງເລີຍ

"ຢ່າເຮັດໃຫ້ນາງອາຍ" ຫລື "ບໍ່ໃຫ້ກຽດນາງນາງ"