lo_tn/rut/02/13.md

1.2 KiB
Raw Permalink Blame History

ຂໍໃຫ້ຂ້ານ້ອຍໄດ້ຮັບຄວາມຊື່ນຊອບໃນສາຍຕາຂອງທ່ານ

ນີ້ອ້າງອີງເຖິງການຮ້ອງຂໍສຳລັບການອວຍພອນ. ອາດແປໄດ້ອີກວ່າ: " ຂໍໃຫ້ຂ້ານ້ອຍໄດ້ຮັບຄວາມເມດຕາກາຣຸນາຈາກທ່ານ" ຫລື "ຂໍໃຫ້ທ່ານຈົ່ງຍອມຮັບເອົາຂ້ານ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຂ້ານ້ອຍເອງກໍບໍ່ໄດ້ເປັນສາວໃຊ້ຄົນຫນຶ່ງຂອງທ່ານ

ຄວາມຫມາຍທີ່ເປັນໄປໄດ້ມີຄື 1) ນາງຣຸດບໍ່ໄດ້ແມ່ນສາວໃຊ້ຂອງໂບອາດ ຫລື 2) ນາງຣຸດບໍ່ໄດ້ຄິດວ່າການແຕ່ງງານຂອງນາງກັບລູກຊາຍຂອງນາງນາໂອມີ ໄດ້ໃຫ້ສິດທີພິເສດຫຍັງແກ່ນາງໃນເມືອງເບັດເລເຮັມ.