lo_tn/rut/02/10.md

3.9 KiB

ນາງກໍກົ້ມລົງຕໍ່ຫນ້າໂບອາດ, ເອົາຫົວກົ້ມລົງທີ່ພື້ນດິນ

ນີ້ແມ່ນການກະທຳທີ່ໃຫ້ກຽດ ແລະ ເຄົາລົບນັບຖື. ນາງໄດ້ສະແດງຄວາມເຄົາລົບຕໍ່ໂບອາດຍ້ອນຄວາມກະຕັນຍູ ສຳລັບສິ່ງທີ່ລາວໄດ້ເຮັດຕໍ່ນາງ. ມັນຍັງເປັນທ່າທາງຂອງຄວາມຖ່ອມຕົວ

ເປັນຫຍັງຂ້ານ້ອຍຈຶ່ງໄດ້ຮັບຄວາມເມດຕາ

ນາງຣຸດຖາມຄຳຖາມທີ່ແທ້ຈິງ

ຄົນຕ່າງດ້າວ

ນາງຣຸດໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະສັດຊື່ຕໍ່ພຣະເຈົ້າແຫ່ງອິດສະຣາເອນເປັນການສ່ວນຕົວ, ແຕ່ນາງໄດ້ເປັນທີ່ຮູ້ຈັກກັນໃນນາມທົ່ວໄປວ່າ "ເປັນຊາວໂມອາບ."

ຂ້ອຍໄດ້ຮັບຮູ້ ໃນສິ່ງທີ່ເຈົ້າເຮັດ

ນີ້ສາມາດເວົ້າເປັນປະໂຫຍກບອກເລົ່າໄດ້ຄື. ແປໄດ້ອີກຢ່າງຫນຶ່ງວ່າ: " ຄົນໄດ້ລລາຍງານໃຫ້ຂ້ອຍ" ຫລື "ຄົນໄດ້ບອກແກ່ຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ມາຢູ່ກັບປະຊາຊົນ

ໂບອາດແມ່ນອ້າງເຖິງນາງຣຸດ ທີ່ມາຢູ່ກັບ ນາງນາໂອມີ ໃນບ້ານ ແລະ ຊຸມຊົນ, ປະເທດ, ແລະ ສາສະຫນາ ທີ່ນາງບໍ່ຮູ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປຣະທານລາງວັນ

"ຈ່າຍຄືນໃຫ້ແກ່ທ່ານ" ຫລື "ຈ່າຍທ່ານຄືນ"

ສຳລັບການກະທຳຂອງເຈົ້າ

ນີ້ແມ່ນການກະທຳຂອງການມີຄວາມເຊື່ອ, ເລືອກທີ່ຈະຢູ່ກັບນາໂອມີໃນເມືອງເບັດເລເຮັມ ແລະ ໄວ້ວາງໃຈໃນພຣະເຈົ້າຂອງນາໂອມີ

ຂໍໃຫ້ເຈົ້າໄດ້ຮັບການຕອບແທນຢ່າງບໍຣິບູນຈາກພຣະຢາເວ

ນີ້ແມ່ນ ສຳນວນບົດປະພັນທີ່ຄ້າຍຄືກັນກັບປະໂຫຍກທີ່ຜ່ານມາ. ແປໄດ້ອີກຢ່າງຫນຶ່ງວ່າ: "ຂໍໃຫ້ພຣະເຢໂຫວາຕອບແທນທ່ານຫລາຍກວ່າທີ່ທ່ານໄດ້ມອບໃຫ້" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ພາຍໃຕ້ຮົ່ມປີກຂອງພຣະອົງເຈົ້າຈະໄດ້ຮັບການຄຸ້ມຄອງ

ໂບອາດໃຊ້ຮູບແມ່ນົກຊະນິດ ທີ່ເຕົ້າໂຮມລູກໆທີ່ພາຍໃຕ້ປີກຂອງມັນເພື່ອປົກປ້ອງພວກລູກໆ, ເພື່ອພັນລະນາເຖິງການປົກປ້ອງຂອງພຣະເຈົ້າ ຕໍ່ຜູ້ທີ່ໄວ້ວາງໃຈໃນພຣະອົງ. ແປໄດ້ອີກຢ່າງຫນຶ່ງວ່າ: " ທ່ານໄດ້ເອົາໃຈໃສ່ເບິ່ງແຍງຕົວເອງໄວ້ໃນຄວາມປອດໄພ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)