lo_tn/rut/02/08.md

3.6 KiB

ເຈົ້າກຳລັງຟັງເຮົາເວົ້າຢູ່ບໍ່, ລູກສາວຂອງເຮົາ

ນີ້ສາມາດເປັນຄຳເວົ້າຄືນດັ່ງເປັນຄໍາສັ່ງ. ອາດແປໄດ້ອີກວ່າ: "ຟັງຂ້ອຍ, ລູກສາວຂອງຂ້ອຍ!" ຫລື "ບັນທຶກສິ່ງທີ່ຂ້ອຍກຳ ລັງບອກເຈົ້າ, ລູກສາວຂອງຂ້ອຍ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ລູກສາວຂອງເຮົາ

ນີ້ແມ່ນວິທີການທີ່ດີ ທີ່ຈະເວົ້າກັບຜູ້ຍິງຫນຸ່ມກວ່າ. ນາງຣຸດບໍ່ແມ່ນລູກສາວຕົວຈິງຂອງໂບອາດ, ສະນັ້ນໃຫ້ແນ່ໃຈວ່າການແປນີ້ບໍ່ໄດ້ເຮັດໃຫ້ມັນຟັງຄືນາງແມ່ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ໃຫ້ຈັບຕາເບິ່ງທົ່ງນາ

ຕາເປັນຕົວແທນໃຫ້ແກ່ການເບິ່ງເຫັນບາງສິ່ງບາງຢ່າງ ຫລື ເອົາໃຈໃສ່ບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ເບິ່ງພຽງແຕ່ທົ່ງນາເທົ່ານັ້ນ" ຫລື "ໃສ່ໃຈໃນທົ່ງນາເທົ່ານັ້ນ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຂ້ອຍໄດ້ສັ່ງພວກຜູ້ຊາຍ ...ຕົວເຈົ້າ?

ໂບອາດໄດ້ໃຊ້ຄຳຖາມນີ້ເພື່ອເນັ້ນເຖິງສິ່ງທີ່ລາວ ໄດ້ເຮັດມາແລ້ວເພື່ອຊ່ວຍນາງຣຸດ. ອາດແປໄດ້ອີກວ່າ: "ຂ້ອຍໄດ້ໃຫ້ຄຳແນະນຳແກ່ພວກຜູ້ຊາຍຢ່າງເຂັ້ມງວດ ... ເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກຜູ້ຊາຍ...ພວກຜູ້ຍິງຄົນອື່ນໆໄປ.

"ຄົນງານຊາຍຫນຸ່ມ ... ຄົນງານຍິງຫນຸ່ມ." ຄຳວ່າ "ຜູ້ຊາຍ" ແມ່ນໃຊ້ສາມຄັ້ງເພື່ອກ່າວເຖິງຊາຍຫນຸ່ມ ຜູ້ທີ່ກຳລັງເກັບກ່ຽວຢູ່ໃນທົ່ງນາ. ບາງພາສາສາມາດເວົ້າແບບນີ້ໄດ້ໂດຍໃຊ້ຄຳດຽວ ແລະ ພວກເຂົາກໍ່ມີຄຳສັບອື່ນທີ່ມີຄວາມຫມາຍວ່າເປັນ ຄົນງານເພດຍິງຫນຸ່ມ.

ບໍ່ໃຫ້ແຕະຕ້ອງຕົວເຈົ້າ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ຜູ້ຊາຍບໍ່ຄວນ ທຳຮ້າຍນາງຣຸດ ຫລື 2) ຜູ້ຊາຍບໍ່ຄວນຫ້າມນາງໄປເກັບເຂົ້າທີ່ຕົກໃນທົ່ງນາຂອງລາວ.

ນ້ຳທີ່ພວກຜູ້ຊາຍໄດ້ຕັກໄວ້ໃຫ້ນັ້ນ

ການຕັກນໍ້າ ຫມາຍເຖິງການດຶງນໍ້າ ອອກຈາກນໍ້າສ້າງ ຫລື ເອົາອອກຈາກພາຊະນະເກັບນໍ້າ.