lo_tn/rut/01/11.md

4.1 KiB

ເປັນຫຍັງພວກເຈົ້າຈຶ່ງຈະໄປກັບຂ້ອຍ?

ນີ້ແມ່ນ ຄຳຖາມທີ່ເປັນສຳນວນສຽງເວົ້າ ອາດແປໄດ້ອີກວ່າ: "ມັນບໍ່ມີຄວາມຫມາຍຫຍັງເລີຍ ສຳລັບພວກເຈົ້າທີ່ຈະໄປກັບຂ້ອຍ." ຫລື "ພວກເຈົ້າບໍ່ຄວນໄປກັບຂ້ອຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ອຍຈະຍັງມີລູກຊາຍໃນຄັນ ເພື່ອຈະມາເປັນຜົວຂອງພວກເຈົ້າໄດ້ອີກຢ່າງນັ້ນບໍ?

ນາງນາໂອມີໃຊ້ຄຳຖາມນີ້ ເພື່ອກ່າວວ່ານາງບໍ່ສາມາດມີລູກອີກ ເພື່ອແຕ່ງງານກັບພວກເຂົາ. ອາດແປໄດ້ອີກວ່າ: "ມັນເປັນໄປບໍ່ໄດ້ແທ້ໆທີ່ຂ້ອຍຈະມີລູກຊາຍໄດ້ອີກ ຜູ້ຊຶ່ງສາມາດກາຍເປັນສາມີຂອງພວກເຈົ້າ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຂ້ອຍເອງກໍແກ່ເກີນກວ່າທີ່ຈະມີຜົວໄດ້ອີກແລ້ວ

ເຫດຜົນທີ່ຜົວຈະມີຄວາມສຳຄັນສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ແກ່ເກີນກວ່າທີ່ຈະມີຜົວ ແລະ ມີລູກໄດ້ອີກ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ໃຫ້ກຳເນີດລູກຊາຍທັງຫລາຍ

"ເກີດລູກ" ຫລື "ໃຫ້ກຳເນີດເດັກຊາຍ"

ພວກເຈົ້າຈະລໍຖ້າຈົນກວ່າພວກເຂົາຈະເຕີບໂຕຢ່າງນັ້ນບໍ? ພວກເຈົ້າຈະລໍຖ້າ ແລະ ບໍ່ແຕ່ງງານກັບຊາຍຄົນໃຫມ່ເວລານີ້ບໍ?

ເຫລົ່ານີ້ແມ່ນ ຄຳຖາມທີ່ເປັນສຳນວນສຽງເວົ້າ, ທີ່ບໍ່ໄດ້ຕ້ອງການຄຳຕອບ. ອາດແປໄດ້ອີກວ່າ: " ພວກເຈົ້າຈະບໍ່ລໍຖ້າຈົນກ່ວາພວກເຂົາໃຫຍ່ຂຶ້ນ ເພື່ອພວກເຈົ້າຈະໄດ້ແຕ່ງງານກັບພວກເຂົາ. ພວກເຈົ້າຈະຕ້ອງການທີ່ຈະແຕ່ງງານກັບຜູ້ຊາຍດຽວນີ້." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ມັນຈະເປັນຄວາມໂສກເສົ້າຢ່າງໃຫຍ່ຫລວງສຳລັບຂ້ອຍ

ສິ່ງທີ່ເຮັດໃຫ້ນາງໂສກເສົ້າສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ມັນຈະເປັນຄວາມໂສກເສົ້າຢ່າງໃຫຍ່ຫລວງສຳລັບຂ້ອຍ ທີ່ພວກເຈົ້າບໍ່ມີຜົວ". ອາດແປໄດ້ອີກວ່າ:“ (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-explicit)

ພຣະຫັດຂອງພຣະຢາເວໄດ້ຫັນມາຕໍ່ສູ້ຂ້ອຍແລ້ວ

ຄຳວ່າ "ພຣະຫັດ" ອ້າງເຖິງຣິດເດດອຳນາດ ຫລື ອິດທິພົນຂອງພຣະຢາເວ. ອາດແປໄດ້ອີກວ່າ: "ພຣະຢາເວໄດ້ໃຫ້ສິ່ງທີ່ຮ້າຍແຮງເກີດຂຶ້ນກັບຂ້ອຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)