lo_tn/rom/16/25.md

4.6 KiB

ຂໍ້ມູນເຊ່ືອມຕໍ່:

ໂປໂລປິດທ້າຍດ້ວຍຄຳອະທິຖານຂໍພຣະພອນ.

ບັດນີ້

ຈຸດນີ້ຄຳນີ້"ບັດນີ້" ບົ່ງວ່າເປັນສ່ວນຈົບຂອງຈົດຫມາຍສະບັບນີ້ ຖ້າທ່ານມີທາງທີ່ຈະທຳຢ່າງນີ້ໃນພາສາຂອງທ່ານທ່ານສາມາດໃຊ້ໄດ້ໃນຈຸດນີ້.

ທ່ານທັງຫລາຍຕັ້ງຫມັ້ນຄົງ.

ໂປໂລເວົ້າຈຸດນີ້ເຖິງການມີຄວາມເຊື່ອທີ່ຫມັ້ນຄົງ ດັ່ງກັບວ່າຄົນຫນຶ່ງຢືນຢູ່ແທນທີ່ຈະລົ້ມລົງ ແປໄດ້ອີກຢ່າງຫນຶ່ງວ່າ:"ເພື່ອໃຫ້ຄວາມເຊື່ອຂອງທ່ານໃຫ້ເຂັ້ມແຂງ"(ເບິ່ງ: rc://*/ta/man/translate/figs-metaphor)

ຕາມຂ່າວປະເສີດຊຶ່ງຂ້າພະເຈົ້າໄດ້ປະກາດແລະຄຳສອນຂອງພຣະເຢຊູຄຣິດ.

"ໂດຍຂ່າວປະເສີດກ່ຽວກັບພຣະເຢຊູຄຣິດທີ່ຂ້າພະເຈົ້າໄດປະກາດ"

ຕາມການເປີດເຜີຍຂໍ້ລ້ຳເລິກຊຶ່ງໄດ້ປິດບັງໄວ້ເປັນຄວາມລັບຕັ້ງແຕ່ສະໄຫມບູຮານ

ໂປໂລກ່າວວ່າພຣະເຈົ້າໄດ້ຊົງເປີດເຜີຍຄວາມຈິງທີ່ຊ່ອນຢູ່ໄວ້ກ່ອນແກ່ຜູ້ເຊື່ອ ພຣະອົງຕັດຄວາມຈິງເຫລົ່ານີ້ ດັ່ງກັບວ່າເປັນຄວາມລັບ.ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ເພາະພຣະເຈົ້າໄດ້ຊົງເປີດເຜີຍຄວາມລັບທີ່ພຣະອົງຊົງປິດບັງໄວ້ນານແລ້ວແກ່ເຮົາທີ່ເປັນຜູ້ເຊື່ອ"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ແຕ່ບັດນີ້ໄດ້ຊົງເປີດເຜີຍແລະທຳໃຫ້ເປັນທີ່ປະຈັກແລ້ວໂດບຂໍ້ພຣະຄຳພີຊຶ່ງຂຽນໂດຍບັນດາຜູ້ເຜີຍພຣະວະຈະນະຕາມພຣະບັນຊາຂອງພຣະເຈົ້າຜູ້ຊົງດຳລົງເປັນນິດ.

ຄຳວ່າ"ເປີດເຜີຍ"ແລະ"ທຳໃຫ້ເປັນທີ່ຮູ້ຈັກ"ໂດຍພື້ນຖານແລ້ວມີຄວາມຫມາຍຢ່າງດຽວກັນ ໂປໂລໃຊ້ທັງສອງຄຳເພື່ອເນັ້ນຄວາມຄິດເຫັນຂອງເຂົາ ທ່ານອາດຈະລວມຄວາມເຫຼົ່ານີ້ເຂົ້າດ້ວຍກັນແລະແປຄຳນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ:"ແຕ່ບັດນີ້ພຣະເຈົ້າຜູ້ຊົງດຳລົງເປັນນິດໄດ້ກະທຳໃຫ້ເປັນທີ່ຮູ້ຈັກຜ່ານທາງພຣະຄຳພີແລ້ວ"(ເບິ່ງ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-activepassive]])

ເພື່ອໃຫ້ບັນດາຄົນຕ່າງຊາດທັງຫມົດໄດ້ກະທຳຕາມຄວາມເຊື່ອນັ້ນ.

ຈຸດນີ້ຄຳວ່າ"ເຊື່ອຟັງ"ແລະ"ຄວາມເຊື່ອ"ເປັນຄຳນາມທີ່ເປັນນານມະທຳ ທ່ານອາດຈະໃຊ້ຄຳກິລິຍາ"ເຊື່ອຟັງ"ແລະ"ໄວ້ວາງໃຈ"ໃນການແປຂອງທ່ານ,ແປໄດ້ອີກຢ່າງວ່າ:"ເພື່ອທີ່ວ່າປະຊາຊາດທັງຫມົດຈະເຊື່ອຟັງພຣະເຈົ້າເພາະພວກເຂົາໄວ້ວາງໃຈໃນພຣະອົງ"(ເບິ່ງ: rc://*/ta/man/translate/figs-abstractnouns)