lo_tn/rom/16/17.md

3.4 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລໃຊ້ເຕືອນຜູ້ເຊື່ອຄັ້ງສຸດທ້າຍກ່ຽວກັບຄວາມເປັນນ້ຳຫນຶ່ງໃຈດຽວກັນແລະການໃຊ້ຊີວິດເພື່ອພຣະເຈົ້າ.

ໃຫ້ລະວັງ

"ໃຫ້ລະວັງ"

ຄົນເຫລົ່ານັ້ນທີ່ສ້າງຄວາມແຕກແຍກແລະທຳໃຫ້ຄົນອື່ນສະດຸດ.

ຄຳນີ້ຫມາຍເຖິງຄົນເຫລົ່ານັ້ນ ທີ່ໂຕ້ຖຽງແລະທຳໃຫ້ຄົນອື່ນບໍ່ເຊື່ອໃນພຣະຄຣິດ,ແປໄດ້ອີກຢ່າງວ່າ:"ຄົນທີ່ທຳໃຫ້ຜູ້ເຊື່ອໂຕ້ຖຽງກັນແລະກັນແລະເລີກເຊື່ອໃນພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ.

"ພວກເຂົາສອນສິ່ງທີ່ບໍ່ຖືກກັບຄວາມຈິງທີ່ທ່ານໄດ້ຮຽນຮູ້ແລ້ວ"

ຈົ່ງເມີນໜ້າຈາກຄົນເຫລົ່ານັ້ນ

"ອອກຫ່າງຈາກພວກເຂົາ"

ແຕ່ຮັບໃຊ້ປາກທ້ອງຂອງຕົວເອງ.

ຈຸດນີ້"ທ້ອງ"ເປັນຄຳປຽບທຽບທີ່ອ້ງອີງເຖິງຄວາມປາດຖະຫນາທາງຮ່າງກາຍ ແປໄດ້ອີກຢ່າງວ່າ:"ແຕ່ພວກເຂົາພຽງຕ້ອງການທີ່ຈະຕອບສະໜອງຄວາມປາດຖະຫນາອັນເຫັນແກ່ຕົວຂອງຕົວເອງ"(ເບິ່ງ: rc://*/ta/man/translate/figs-metonymy)

ດ້ວຍຄວາມເວົ້າທີ່ນ່າຟັງແລະປະຈົບປະແຈງ.

ຄຳວ່າ"ນ່າຟັງ"ແລະ"ປະຈົບປະແຈງ"ໂດຍພື້ນຖານແລ້ວ ຫມາຍຄວາມຢ່າງດຽວກັນ,ໂປໂລກຳລັງເນັ້ນຢ້ຳເຖິງວິທີທີ່ພວກເຂົາຫຼອກລວງຜູ້ເຊື່ອ,ແປໄດ້ອີກຢ່າງວ່າ:"ໂດຍການເວົ້າສິ່ງທີ່ເບິ່ງເຫມືອນຈະດີແລະເປັນຈິງ"(ເບິ່ງ: rc://*/ta/man/translate/figs-doublet)

ຜູ້ບໍຣິສຸດ

ຄຳນີ້ຫມາຍເຖິງຄົນເຫລົ່ານັ້ນທີ່ລຽບງ່າຍ ບໍ່ມີປະສົບປະການແລະອ່ອນຕໍ່ໂລກ,ແປໄດ້ອີກຢ່າງວ່າ:"ຄົນເຫລົ່ານັ້ນທີ່ໄວ້ໃຈພວກເຂົາຢ່າງບໍຣິສຸດໃຈ"ຫຼື"ຄົນເຫລົ່ານັ້ນທີ່ບໍ່ຮູ້ວ່າອາຈານເຫລົ່ານີ້ກຳລັງຫລອກລວງພວກເຂົາ"

ພີ່ນ້ອງທັງຫຼາຍ

ຈຸດນີ້ຄຳນີ້ຫມາຍເຖິງຄຣິສະຕຽນລວມທັງຜູ້ຊາຍແລະຜູ້ຍິງ