lo_tn/rom/15/14.md

2.0 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ເຊື່ອໃນໂຣມວ່າພຣະເຈົ້າຊົງເລືອກເຂົາໃຫ້ໄປຫາຄົນຕ່າງຊາດ.

ບໍລິບູນໄປດ້ວຍຄວາມຮູ້ທຸກຢ່າງ.

ຈຸດນີ້ໂປໂລກ່າວເກີນຈິງເພື່ອເນັ້ນຢ້ຳຄວາມຄິດເຫັນຂອງເຂົາ ແປໄດ້ອີກຢ່າງວ່າ:"ເຕັມໄປດ້ວຍຄວາມຮູ້ຢ່າງພຽງພໍທີ່ຈະຕິດຕາມພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-hyperbole)

ເຕືອນສະຕິກັນແລະກັນໄດ້.

ຈຸດນີ້"ເຕືອນສະຕິ"ຫມາຍເຖິງການສອນ,ແປໄດ້ອີກຢ່າງວ່າ:"ຍັງສາມາດທີ່ຈະສອນຊຶ່ງກັນແລະກັນ"(ເບິ່ງ: rc://*/ta/man/translate/figs-explicit)

ພີ່ນ້ອງທັງຫລາຍ ຂ້າພະເຈົ້າເຊື່ອໃນທ່ານ.

ໂປໂລຄ່ອນຂ້າງຈະຫມັ້ນໃຈວ່າ ຜູ້ເຊື່ອໃນໂຣມກຳລັງໃຫ້ກຽດຕິຍົດຊຶ່ງກັນແລະກັນໃນຄວາມປະພຶດຂອງພວກເຂົາ.ແປໄດ້ອີກຢ່າງວ່າ:"ຂ້າພະເຈົ້າເອງກໍຫມັ້ນໃຈຢ່າງເຕັມທີທີ່ວ່າທ່ານໄດ້ປະຕິບັດຕໍ່ກັນແລະກັນດ້ວຍວິທີທີ່ດີຢ່າງສົມບູນ"(ເບິ່ງ: rc://*/ta/man/translate/figs-explicit)

ພີ່ນ້ອງທັງຫຼາຍ.

ຈຸດນີ້ຄຳນີ້ຫມາຍເຖິງພີ່ນ້ອງຄຣິສະຕຽນລວມທັງຜູ້ຊາຍແລະຜູ້ຍິງ.