lo_tn/rom/15/01.md

2.5 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລສະຫລຸບຕອນນີ້ກ່ຽວກັບການທີ່ຜູ້ເຊື່ອມີຊີວິດຢູ່ເພື່ອຄົນອື່ນໂດຍການເຕືອນພວກເຂົາເຖິງການທີ່ພຣະຄຣິດຊົງດຳເນີນຊີວິດ

ບັດນີ້

ແປຄຳນີ້ໂດຍໃຊ້ຄຳທີ່ພາສາຂອງທ່ານໃຊ້ເພື່ອແນະນຳຄວາມຄິດໃຫມ່ໃນຂໍ້ໂຕ້ແຢ້ງ.

ພວກເຮົາຊຶ່ງມີຄວາມເຊື່ອເຂັ້ມແຂງ.

ຈຸດນີ້ຄຳວ່າ"ເຂັ້ມແຂງ"ຫມາຍເຖິງຄົນທີ່ມີຄວາມເຊື່ອເຂັ້ມແຂງ ພວກເຂົາເຊື່ອວ່າພຣະເຈົ້າຊົງອະນຸຍາດໃຫ້ພວກເຂົາກິນຫຍັງກໍໄດ້,ແປໄດ້ອີກຢ່າງວ່າ:"ພວກເຮົາທີ່ມີຄວາມເຊື່ອເຂັ້ມແຂງ"ເບິ່ງ: rc://*/ta/man/translate/figs-explicit)

ພວກເຮົາ

ຄຳນີ້ຫມາຍເຖິງໂປໂລຜູ້ອ່ານຂອງເຂົາແລະຜູ້ເຊື່ອຄົນອື່ນ(ເບິ່ງ: rc://*/ta/man/translate/figs-inclusive

ຄົນທີ່ອ່ອນແອ.

ຈຸດນີ້"ຄົນທີ່ອ່ອນແອ"ຫມາຍເຖິງຄົນທີ່ອ່ອນແອໃນຄວາມເຊື່ອ ພວກເຂົາເຊື່ອວ່າພຣະເຈົ້າບໍ່ຊົງອະນຸຍາດໃຫ້ພວກເຂົາກິນອາຫານບາງຢ່າງ,ແປໄດ້ອີກຢ່າງວ່າ:"ຄົນເຫລົ່ານັ້ນທີ່ອ່ອນແອໃນຄວາມເຊື່ອ(ເບິ່ງ: rc://*/ta/man/translate/figs-explicit)

ເປັນການເສີມສ້າງເຂົາຂຶ້ນ.

ໂດຍຂໍ້ຄວາມນີ້ໂປໂລຫມາຍຄວາມວ່າ ໃຫ້ເສີມສ້າງຄວາມເຊື່ອຂອງບາງຄົນໃຫ້ເຂັ້ມແຂງຂຶ້ນ,ແປໄດ້ອີກຢ່າງວ່າ:"ເພື່ອເສີມສ້າງຄວາມເຊື່ອຂອງເຂົາ"(ເບິ່ງ: rc://*/ta/man/translate/figs-explicit)