lo_tn/rom/14/22.md

3.8 KiB

ຄວາມເຊື່ອໃນສິ່ງເຫລົ່ານີ້ທີ່ທ່ານມີ.

ຄຳນີ້ອ້າງອີງໄປເຖິງກັບຄວາມເຊື່ອກ່ຽວກັບອາຫານແລະເຄື່ອງດື່ມ.

ທ່ານ...ຕົວທ່ານ.

ເອກະພົດ ເພາະໂປໂລກຳລັງເວົ້າກັບຜູ້ເຊື່ອ ທ່ານອາດຈະຕ້ອງແປສິ່ງນີ້ໂດຍໃນຮູບພະຫຸພົດ(ເບິ້່ງ: rc://*/ta/man/translate/figs-you)

ຄົນທີ່ບໍ່ໄດ້ກ່າວໂທດຕົນເອງໃນສິ່ງທີ່ຕົນເຫັນຊອບກໍເປັນສຸກ

"ຄົນເຫລົ່ານັ້ນທີ່ບໍ່ຮູ້ສຶກຜິດສຳລັບສິ່ງທີ່ພວກເຂົາຕັດສິນໃຈຈະທຳກໍເປັນສຸກ".

ຄົນທີ່ສົງໃສນັ້ນຖ້າເຂົາກິນກໍຈະຖືກກ່າວໂທດ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ"ພຣະເຈົ້າຈະຕັດວ່າຄົນນັ້ນທຳຜິດຖ້າເຂົາບໍ່ຫມັ້ນໃຈວ່າຖືກຕ້ອງຫລືບໍ່ ທີ່ຈະກິນອາຫານບາງຢ່າງ ແຕ່ເຂົາກິນມັນຢູ່ດີ"ຫຼື"ຄົນທີ່ບໍ່ແນ່ໃຈວ່າຖືກຕ້ອງຫລືບໍ່ທີ່ຈະກິນອາຫານບາງຢ່າງ ແຕ່ກໍກິນຢູ່ດີ ອາດຈະມີຈຶດສຳນຶກບົກພ່ອງ"(ເບິ່ງ: rc://*/ta/man/translate/figs-activepassive)

ເພາະເປັນສິ່ງບໍ່ໄດ້ມາຈາກຄວາມເຊື່ອ.

ສິ່ງໃດກໍຕາມທີ່"ບໍ່ໄດ້ມາຈາກຄວາມເຊື່ອ"ກໍຄືສິ່ງທີ່ພຣະເຈົ້າບໍ່ຕ້ອງການໃຫ້ທ່ານທຳ ທ່ານອາດຈະທຳໃຫ້ຄວາມຫມາຍໂດຍລວມຊັດເຈນໃນຈຸດນີ້,ແປໄດ້ອີກຢ່າງວ່າ:"ພຣະເຈົ້າຈະຕັດວ່າເປັນສິ່ງຜິດເພາະເຂົາກິນບາງຢ່າງທີ່ເຂົາເຊື່ອວ່າພຣະເຈົ້າບໍ່ຊົງຕ້ອງການໃຫ້ເຂົາກິນ"(ເບິ່ງ: rc://*/ta/man/translate/figs-explicit)

ສິ່ງໃດກໍຕາມທີ່ບໍ່ໄດ້ມາຈາກຄວາມເຊື່ອກໍເປັນຄວາມບາບ

ສິ່ງໃດກໍຕາມທີ່"ບໍ່ໄດ້ມາຈາກຄວາມເຊື່ອ"ກໍຄືບາງສິ່ງທີ່ພຣະເຈົ້າບໍ່ຕ້ອງການໃຫ້ທ່ານທຳ ທ່ານອາດຈະທຳໃຫ້ຄວາມ ຫມາຍໂດຍລວມຊັດເຈນ ຈຸດນີ້ແປໄດ້ອີກຢ່າງວ່າ:"ທ່ານກຳລັງທຳບາບຖ້າທ່ານທຳບາງສິ່ງທີ່ທ່ານບໍ່ເຊື່ອວ່າພຣະເຈົ້າຊົງຕ້ອງການໃຫ້ທ່ານທຳ"(ເບິ່ງ: rc://*/ta/man/translate/figs-explicit)

ທ່ານ...ຕົວທ່ານ

ເອກະພົດ ເພາະໂປໂລກຳລັງເວົ້າກັບຜູ້ເຊື່ອ ທ່ານອາດຈະຕ້ອງແປສິ່ງນີ້ໂດຍໃຊ້ຮູບພະຫຸພົດ(ເບິ່ງ:translate: rc://*/ta/man/translate/figs-you)