lo_tn/rom/14/14.md

3.5 KiB

ຂ້າພະເຈົ້າຮູ້ແລະເຊື່ອໃນພຣະເຢຊູຄຣິດອົງພຣະຜູເປັນເຈົ້າ

ຈຸດນີ້ຄຳວ່າ"ຮູ້"ແລະ"ເຊື່ອ"ໂດຍພື້ນຖານຫມາຍຄວາມຢ່າງດ໋ຽວກັນ ໂປໂລໃຊ້ທັງສອງຄຳເພື່ອເນັ້ນຄວາມເຊື່ອໝັ້ນຂອງເຂົາ,ແປໄດ້ອີກຢ່າງວ່າ:"ຂ້ພະເຈົ້າຫມັ້ນໃຈເພາະຄວາມສຳພັນຂອງຂ້າພຣະເຈົ້າກັບພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າ"(ເບິ່ງ: rc://*/ta/man/translate/figs-doublet)

ບໍ່ມີຫຍັງທີ່ເປັນມົນທິນໃນຕົວເອງເລີຍ.

ທ່ານອາດຈະແປໃນຮູບແບບບອກເລົ່າໄດ້,ແປໄດ້ອີກຢ່າງວ່າ:"ໂດຍຕົວຂອງມັນເອງແລ້ວທຸກສິ່ງສະອາດ"(ເບິ່ງ: rc://*/ta/man/translate/figs-doublenegatives)

ໃນຕົວເອງ.

"ໂດຍທັມະຊາດຂອງມັນ"ຫຼື"ເພາະສິ່ງທີ່ມັນເປັນ"

ແຕ່ສຳລັບຄົນທີ່ຖືວ່າສິ່ງໃດເປັນມົນທິນ ສິ່ງນັ້ນກໍຈະເປັນມົນທິນສຳລັບເຂົາ.

ໂປໂລບອກເປັນໄນຍະວ່າຄົນຫນຶ່ງຄວນຈະອອກຫ່າງຈາກສິ່ງທີ່ເຂົາຄິດວ່າບໍ່ສະອາດ ທ່ານອາດຈະທຳໃຫ້ຂໍ້ຄວາມນີ້ຊັດເຈນໃນການແປຂອງທ່ານ,ແປໄດ້ອີກຢ່າງວ່າ:"ແຕ່ຖ້າຄົນໜຶ່ງຄິດວ່າບາງຢ່າງບໍ່ສະອາດ ສຳລັບຄົນນັ້ນແລ້ວມັນກໍບໍ່ສະອາດແລະເຂົາຄວນຢູ່ຫ່າງຈາກມັນ"(ເບິ່ງ: rc://*/ta/man/translate/figs-explicit)

ຖ້າພີ່ນ້ອງຮູ້ສຶກທຸກໃຈຍ້ອນອາຫານທີ່ທ່ານກິນນັ້ນ

"ຖ້າທ່ານທຳໃຫ້ພີ່ນ້ອງຂອງທ່ານຮູ້ສຶກບໍ່ດີໃນຄວາມເຊື່ອເພາະເລື່ອງອາຫານ" ຈຸດນີ້ "ຄຳວ່າ"ຂອງທ່ານ"ຫມາຍເຖິງຄົນເຫຼົ່ານັ້ນທີ່ເຂັ້ມແຂງໃນຄວາມເຊື່ອແລະ"ພີ່ນ້ອງ"ຫມາຍເຖິງຄົນເຫລົ່ານັ້ນທີ່ອ່ອນແອໃນຄວາມເຊື່ອ.

ທ່ານກໍບໍ່ໄດ້ເດີນໃນຄວາມຮັກອີກຕໍ່ໄປ.

ໂປໂລເວົ້າເຖິງຄວາມປະພຶດຂອງຜູ້ເຊື່ອດັ່ງກັບວ່າເປັນການເດີນ,ແປໄດ້ອີກຢ່າງວ່າ:"ຖ້າເຊັ່ນນັ້ນທ່ານກໍບໍ່ໄດ້ສະແດງຄວາມຮັກ"(ເບິ່ງ: rc://*/ta/man/translate/figs-metaphor)

ພີ່ນ້ອງ

ຈຸດນີ້ຄຳນີ້ຫມາຍເຖິງພີ່ນ້ອງຄຣິສະຕຽນທັງຜູ້ຊາຍແລະຜູ້ຍິງ.