lo_tn/rom/14/05.md

3.5 KiB

ໃນດ້ານຫນຶ່ງຄົນຫນຶ່ງຖືວ່າວັນໜຶ່ງດີກ່ວາອີກວັນຫນຶ່ງ ໃນອີກດ້ານຫນຶ່ງ ອີກຄົນຫນຶ່ງຖືວ່າທຸກວັນເຫມືອນກັນ.

ຄຳເວົ້າ"ໃນດ້ານຫນຶ່ງ"ແລະ"ໃນອີກດ້ານຫນຶ່ງ"ສະແດງເຖິງວິທີການຄິດສອງແບບທີ່ແຕກຕ່າງກັນ,ແປໄດ້ອີກຢ່າງວ່າ:"ຄົນຫນຶ່ງຄິດວ່າວັນຫນຶ່ງສຳຄັນກ່ວາວັນອື່ນໆແຕ່ອີກຄົນຫນຶ່ງຄິດວ່າທຸກວັນເຫມືອນກັນ"(ເບິ່ງ: rc://*/ta/man/translate/figs-idiom)

ໃຫ້ແຕ່ລະຄົນເຊື່ອໃນຄວາມຄິດຂອງຕົນເອງ.

ທ່ານອາດຈະທຳໃຫ້ຄວາມຫມາຍໂດຍທັງຫມົດຊັດເຈນ ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ:"ໃຫ້ແຕ່ລະຄົນຫມັ້ນໃຈວ່າສິ່ງທີ່ພວກເຂົາທຳນັ້ນເພື່ອຖວາຍກຽດຕິຍົດແກ່ພຣະເຈົ້າ"(ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])

ຄົນທີ່ຖືວັນກໍຖືເພື່ອອົງພຣະຜູ້ເປັນເຈົ້າ.

ຈຸດນີ້"ຖືວັນ"ຫມາຍເຖິງການນະມັດສະການ ແປໄດ້ອີກຢ່າງວ່າ:"ຄົນທີ່ນະມັດສະການໃນວັນທີ່ກຳນົດກໍທຳເພື່ອນະມັດສະການພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)

ແລະຄົນທີ່ກິນກໍກິນເພື່ອອົງພຣະຜູ້ເປັນເຈົ້າ.

ນີ້ເປັນການຕັດຄຳ ທ່ານອາດຈະລວມຄຳທີ່ຫາຍໄປໄດ້ ແປໄດ້ອີກຢ່າງວ່າ:"ຄົນທີ່ກິນຂອງທຸກຢ່າງກໍກິນເພື່ອນະມັດສະການພຣະເຈົ້າ(ເບິ່ງ: rc://*/ta/man/translate/figs-ellipsis)

ຄົນທີ່ບໍ່ກິນກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ.

ນີ້ເປັນການຕັດຄຳ ທ່ານອາດຈະລວມຄຳທີ່ຫາຍໄປໄດ້,ແປໄດ້ອີກຢ່າງວ່າ:"ຄົນທີ່ບໍ່ກິນຂອງບາງຢ່າງກໍບໍ່ກິນເພື່ອນະມັດສະການພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-ellipsis)

ຄົນຫນຶ່ງຖືວ່າວັນຫນຶ່ງດີກ່ວາອີກວັນຫນຶ່ງ ອີກຄົນຫນຶ່ງຖືວ່າທຸກວັນເຫມືອນກັນ.

"ຄົນຫນຶ່ງຄິດວ່າວັນໜຶ່ງສຳຄັນກ່ວາວັນອື່ນໆ ແຕ່ອີກຄົນຫນຶ່ງຄິດວ່າທຸກວັນເຫມືອນກັນ"