lo_tn/rom/14/03.md

2.5 KiB

ທ່ານເປັນໃຜທີ່ຈະຕັດສິນຜູ້ຮັບໃຊ້ຂອງຄົນອື່ນ?

ໂປໂລໃຊ້ຄຳຖາມເພື່ອຕໍ່ວ່າ ຄົນທີ່ຕັດສິນຄົນອື່ນ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ເປັນຄຳກ່າວໄດ້ ແປໄດ້ອີກຢ່າງວ່າ:"ທ່ານບໍ່ແມ່ນພຣະເຈົ້າແລະທ່ານບໍ່ໄດ້ຮັບອະນຸຍາດໃຫ້ຕັດສິນຫນຶ່ງໃນຜູ້ຮັບໃຊ້ຂອງພຣະອົງ!"(ເບິ່ງ: rc://*/ta/man/translate/figs-rquestion)

ທ່ານ...ທ່ານ

ຮູບແບບຄຳວ່າ"ທ່ານ"ຈຸດນີ້ເປັນເອກະພົດ (ເບິ່ງ: rc://*/ta/man/translate/figs-you)

ຜູ້ຮັບໃຊ້ຄົນນັ້ນຈະຢືນຢູ່ຫລືລົ້ມລົງກໍຂຶ້ນຢູ່ກັບນາຍຂອງເຂົາ

ໂປໂລເວົ້າເຖິງພຣະເຈົ້າ ດັ່ງກັບວ່າພຣະອົງເປັນນາຍທີ່ເປັນເຈົ້າຂອງທາດ,ແປໄດ້ອີກຢ່າງວ່າ:"ນາຍເທົ່ານັ້ນທີ່ສາມາດຕັດສິນໃຈວ່າເຂົາຈະຮັບຄົນໃຊ້ຫລືບໍ່"(ເບິ່ງ: rc://*/ta/man/translate/figs-metaphor)

ແຕ່ເຂົາຈະໄດ້ຮັບການທຳໃຫ້ຢືນຢູ່ເພາະວ່າອົງພຣະຜູ້ເປັນເຈົ້າຊົງສາມາດທີ່ຈະກະທຳໃຫ້ເຂົາຢືນຢູ່ໄດ້.

ໂປໂລເວົ້າເຖິງຄົນຮັບໃຊ້ທີ່ເປັນທີ່ຍອມຮັບຕໍ່ພຣະເຈົ້າ ດັ່ງກັບວ່າເຂົາຖືກ"ທຳໃຫ້ຢືນ"ແທນທີ່ຈະລົ້ມລົງ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ແຕ່ພຣະເຈົ້າຈະຍອມຮັບເຂົາເພາະເຂົາສາມາດທຳໃຫ້ຄົນຮັບໃຊ້ເປັນທີ່ຍອມຮັບໄດ້"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])