lo_tn/rom/12/11.md

2.9 KiB

ໃນເລື່ອງຄວາມພາກພຽນນັ້ນຈົ່ງຢ່າລັງເລໃຈໃນເລື່ອງພຣະວິນຍານນັ້ນ ຈົ່ງມີໃຈກະຕືລືລົ້ນ ໃນເລື່ອງຂອງອົງພຣະຜູ້ເປັນເຈົ້ານັ້ນ ຈົ່ງຮັບໃຊ້ພຣະອົງ.

"ຢ່າຂີ້ຄ້ານໃນຫນ້າທີ່ ແຕ່ຈົ່ງກະຕືລືລົ້ນທີ່ຈະດຳເນີນຕາມພຣະວິນຍານແລະຮັບໃຊ້ພຣະເຈົ້າ".

ຈົ່ງຊົມຊື່ນຍິນດີໃນຄວາມຫມັ້ນໃຈທີ່ທ່ານມີຕໍ່ອະນາຄົດ.

ໂປໂລບອກເປັນໄນຍະວ່າຜູ້ເຊື່ອສາມາດຫມັ້ນໃຈໄດ້ວ່າພຣະເຈົ້າຈະຊົງຊ່ອຍພວກເຂົາ,ແປໄດ້ອີກຢ່າງວ່າ:"ຈົ່ງຊົມຊື່ນຍິນດີເພາະທ່ານໝັ້ນໃຈວ່າພຣະເຈົ້າຈະຊົງຊ່ວຍເຫລືອທ່ານສະເຫນີ"(ເບິ່ງ: rc://*/ta/man/translate/figs-explicit)

ຈົ່ງອົດທົນໃນຄວາມຍາກລຳບາກຂອງທ່ານ.

"ຈົ່ງລໍຄອຍຢ່າງອົດທົນເມື່ອໃດກໍຕາມທີ່ທ່ານມີບັນຫາ"

ຈົ່ງອະທິຖານຕໍ່ໄປ.

ແປໄດ້ອີກຢ່າງວ່າ:"ແລະຈົ່ງຈຳໄວ້ວ່າຕ້ອງອະທິຖານຢ່າງສະໝ່ຳສະເຫນີ"

ຈົ່ງແບ່ງປັນຜູ້ເຊື່ອເມື່ອເຂົາຂັດສົນ

ນີ້ເປັນຂໍ້ສຸດທ້າຍໃນລາຍການທີ່ເລີ້ມໃນ: ROM 12:9 "ເມື່ອຄຣິສະຕຽນດ້ວຍກັນມີບັນຫາ,ຊ່ວຍພວກເຂົາໃນສິ່ງທີ່ພວກເຂົາຕ້ອງການ"

ຈົ່ງພະຍາຍາມຕ້ອນຮັບແຂກແປກຫນ້າໃຫ້ດີທີ່ສຸດ

"ຕ້ອນຮັບພວກເຂົາໃນບ້ານເພື່ອພວກເຂົາຕ້ອງການທີ່ພັກ"

ໃນເລື່ອງຄວາມພາກພຽນນັ້ນ ຈົ່ງຢ່າລັງເລໃຈໃນເລື່ອງພຣະວິນຍານນັ້ນ ຈົ່ງມີໃຈກະຕືລືລົ້ນທີ່ຈະດຳເນີນຕາມພຣະວິນຍານແລະຮັບໃຊ້ພຣະອົງ.

"ຢ່າຂີ້ຄ້ານໃນຫນ້າທີ່ ແຕ່ຈົ່ງກະຕືລືລົ້ນທີ່ຈະດຳເນີນຕາມພຣະວິນຍານແລະຮັບໃຊ້ພຣະເຈົ້າ"