lo_tn/rom/12/04.md

2.5 KiB

ເພາະ

ໂປໂລໃຊ້ຄຳນີ້ເພື່ອສະແດງວ່າເຂົາຈະອະທິບາຍວ່າເປັນຫຍັງຄຣິສະຕຽນບາງຄົນບໍ່ຄວນຄິດວ່າຕົວເອງດີກ່ວາຜູ້ອື່ນ.

ເຮົາທີ່ມີຫລາຍຄົນກໍເປັນກາຍດຽວໃນພຣະຄຣິດ.

ໂປໂລອ້າງເຖິງຜູ້ເຊື່ອທຸກຄົນໃນພຣະຄຣິດ ດັ່ງກັບວ່າເປັນອະໄວຍະວະສ່ວນຕ່າງໆຂອງກາຍມະນຸດ ເຂົາທຳເຊັ່ນນີ້ເພື່ອສະແດງວ່າ ແມ່ນວ່າຜູ້ເຊື່ອຈະຮັບໃຊ້ພຣະຄຣິດໃນວິທີທີ່ແຕກຕ່າງກັນແຕ່ລະຄົນເປັນຂອງພຣະຄຣິດແລະຮັບໃຊ້ໃນວິທີທີ່ສຳຄັນ(ເບິ່ງ: rc://*/ta/man/translate/figs-metaphor)

ອະໄວຍະວະ

ສິ່ງນີ້ກໍເຊັ່ນຕາ ກະເພາະ ແລະມື.

ຕ່າງກໍເປັນອະໄວຍະວະແກ່ກັນແລະກັນ.

ແປໄດ້ອີກຢ່າງວ່າ:"ຜູ້ເຊື່ອແຕ່ລະຄົນເປັນອະໄວຍະວະຂອງຜູ້ເຊື່ອຄົນອື່ນໆ"(ເບິ່ງ:translate: rc://*/ta/man/translate/figs-metaphor) ແປໄດ້ອີກຢ່າງວ່າ:"ແລະຜູ້ເຊື່ອແຕ່ລະຄົນກໍຖືກລວມເຂົ້າດ້ວຍກັນກັບຜູ້ເຊື່ອຄົນອື່ນໆ"

ຕ່າງກໍເປັນອະໄວຍະວະແກ່ກັນແລະກັນຢ່າງນັ້ນ.

ໂປໂລເວົ້າເຖິງຜູ້ເຊື່ອ ດັ່ງກັບວ່າພຣະເຈົ້າໄດ້ລວມພວກເຂົາດ້ວຍກັນເຫມືອນອະໄວຍະວະຮ່າງກາຍມະນຸດ ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ພຣະເຈົ້າໄດ້ຊົງລວມຜູ້ເຊື່ອຄົນອື່ນໆ"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])