lo_tn/rom/12/01.md

4.7 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລບອກຊີວິດຂອງຜູ້ເຊື່ອຄວນເປັນຢ່າງໃດ ແລະຜູ້ເຊື່ອຄວນຮັບໃຊ້ຢ່າງໃດ.

ດ້ວຍເຫດນີ້ ພີ່ນ້ອງທັງຫລາຍ ໂດຍເຫັນແກ່ພຣະເມດຕາຂອງພຣະເຈົ້າ.

ຈຸດນີ້"ພີ່ນ້ອງ"ຫມາຍເຖິງຜູ້ເຊື່ອດ້ວຍກັນທັງຜູ້ຍິງແລະຜູ້ຊາຍ ແປໄດ້ອີກຢ່າງວ່າ:"ຜູ້ເຊື່ອດ້ວຍກັນທັງຫລາຍເພາະພຣະເມດຕາອັນຍິ່ງໃຫຍ່ທີ່ພຣະເຈົ້າປະທານໃຫ້ແກ່ທ່ານ ຂ້າພຣະເຈົ້າຢາກໃຫ້ທ່ານ"(ເບິ່ງ: rc://*/ta/man/translate/figs-explicit)

ໃຫ້ຖວາຍຕົວຂອງພວກທ່ານແດ່ພຣະເຈົ້າ ເພື່ອເປັນເຄື່ອງບູຊາທີ່ມີຊີວິດ.

ຈຸດນີ້ໂປໂລໃຊ້ຄຳວ່າ"ຮ່າງກາຍ"ເພື່ອຫມາຍເຖິງຄົນໆຫນຶ່ງ ໂປໂລກຳລັງປຽບທຽບຜູ້ເຊື່ອໃນພຣະຄຣິດຜູ້ເຊື່ອຟັງພຣະເຈົ້າສຸດໃຈກັບສັດທີ່ຄົນຢິວຂ້າແລະຖວາຍແດ່ພຣະເຈົ້າ.ແປໄດ້ອີກຢ່າງວ່າ:"ເພື່ອຖວາຍຕົວຂອງທ່ານໃຫ້ພຣະເຈົ້າຂະນະທີ່ຍັງມີຊີວິດຢູ່ ດັ່ງກັບວ່າເປັນເຄື່ອງບູຊາທີ່ຕາຍແລ້ວບົນແທ່ນວິຫານ"(ເບິ່ງ: [[rc:///ta/man/translate/figs-synecdoche]] and [[rc:///ta/man/translate/figs-metaphor]])

ບໍຣິສຸດ ແລະເປັນທີ່ພໍພຣະທັຍພຣະເຈົ້າ.

ຄວາມຫມາຍທີ່ເປັນໄປໄດ້ຄື "ເຄື່ອງບູຊູທີ່ທ່ານໃຫ້ແກ່ພຣະເຈົ້າເທົ່ານັ້ນແລະສິ່ງນັ້ນເປັນທີ່ພໍພຣະທັຍພຣະອົງ ຫຼື "ເປັນທີ່ພໍພຣະໄທພຣະເຈົ້າພຣະເຈົ້າເພາະບໍລິສຸດໃນທາງສິລະທຳ"(ເບິ່ງ: rc://*/ta/man/translate/figs-doublet)

ນີ້ເປັນການຮັບໃຊ້ອັນສົມຄວນຂອງທ່ານ.

ຄວາມຫມາຍທີ່ເປັນໄປໄດ້ຄື)"ນີ້ເປັນທາງທີ່ຖືກຕ້ອງທີ່ຈະຄິດເຖິງໃນການທີ່ຈະນະມັດສະການພຣະເຈົ້າ ຫຼື ນີ້ເປັນວິທີທີ່ທ່ານນະມັດສະການພຣະເຈົ້າ ໃນວິນຍານຂອງທ່ານ".

ຢ່າປະພຶດຕາມຢ່າງຄົນໃນໂລກນີ້.

ຄວາມຫມາຍທີ່ເປັນໄປໄດ້ຄື ຢ່າປະພຶດຢ່າງທີ່ໂລກປະພຶດ" ຫຼື "ຢ່າຄິດໃນວິທີທີ່ໂລກຄິດ"(ເບິ່ງ: rc://*/ta/man/translate/figs-metaphor)

ຢ່າປະພຶດຕາມຢ່າງ.

ຄວາມຫມາຍທີ່ເປັນໄປໄດ້ຄື ຢ່າໃຫ້ໂລກບອກວ່າທ່ານຈະຄິດຢ່າງໃດແລະທຳຫຍັງ".ຫຼື "ຢ່າໃຫ້ຕົວທ່ານປະຕິບັດແລະທຳຢ່າງທີ່ໂລກທຳ" (ເບິ່ງ: rc://*/ta/man/translate/figs-activepassive)

ໂລກນີ້

ຄຳນີ້ຫມາຍເຖິງຄົນບໍ່ເຊື່ອທີ່ຢູ່ໃນໂລກ (ເບິ່ງ: rc://*/ta/man/translate/figs-metonymy)

ແຕ່ຈົ່ງຮັບການປ່ຽນແປງຈິດໃຈໃຫມ່.

ທ່ານຈະແປຂໍ້ຄວາມນີ້ໄດ້ໃຮູບແບບທີ່ປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ:"ແຕ່ໃຫ້ພຣະເຈົ້າປ່ຽນວິທີທີ່ທ່ານຄິດແລະປະພຶດ"(ເບິ່ງ: rc://*/ta/man/translate/figs-activepassive)

ນີ້ເປັນການຮັບໃຊ້ອັນສົມຄວນຂອງທ່ານ.

"ນີ້ເປັນວິທີທີ່ຖືກຕ້ອງທີ່ຈະນະມັດສະການພຣະເຈົ້າ.