lo_tn/rom/11/33.md

2.6 KiB

ໂອ!ພຣະປັນຍາແລະຄວາມຮອບຮູ້ຂອງພຣະເຈົ້ານັ້ນລ້ຳເລິກເທົ່າໃດ.

ແປໄດ້ອີກຢ່າງວ່າ:"ຜົນປະໂຫຍດແຫ່ງພຣະປັນຍາແລະຄວາມຮອຍຮູ້ຂອງພຣະເຈົ້ານັ້ນຊ່າງໜ້າເຫລືອເຊື່ອແທ້ໆ"

ຂໍ້ຕັດສິນຂອງພຣະອົງນັ້ນເຫລືອທີ່ຈະຢັ່ງຮູ້ໄດ້ ແລະທາງຂອງພຣະອົງກໍເຫລືອທີ່ຈະຄົ້ນພົບໄດ້.

"ເຮົາບໍ່ສາມາດເຂົ້າໃຈທີ່ພຣະອົງຊົງຕັດສິນແລະຄົ້ນພົບວິທີທີ່ພຣະອົງປະຕິບັດຕໍ່ເຮົາ.

ໂອ!ພຣະປັນຍາແລະຄວາມຮອບຮູ້ຂອງພຣະເຈົ້ານັ້ນລ້ຳເລິກເທົ່າໃດ.

ຈຸດນີ້ໂດຍພື້ນຖານແລ້ວ"ສະຕິປັນຍາ"ແລະ"ຄວາມຮູ້"ຫມາຍເຖິງສິ່ງດຽວກັນ ແປໄດ້ອີກຢ່າງວ່າ:"ຜົນປະໂຫຍດແຫ່ງພຣະປັນຍາແລະຄວາມຮອບຮູ້ຂອງພຣະເຈົ້າຊ່າງຫນ້າເຫລືອເຊື່ອແທ້ໆ"(ເບິ່ງ: rc://*/ta/man/translate/figs-doublet)

ໃຜຊິຮູ້ພຣະທັຍຂອງອົງພຣະຜູ້ເປັນເຈົ້າໄດ້?

ໂປໂລໃຊ້ຄຳຖາມນີ້ເພື່ອເນັ້ນຄວາມຄິດເຫັນຂອງເຂົາ,ທ່ານອາດຈະແປເປັນຮູບແບບຄຳກ່າວໄດ້,ແປໄດ້ອີກຢ່າງວ່າ:"ບໍ່ມີໃຜຮູ້ໄດ້ວ່າພຣະເຈົ້າຊົງຄິດຢ່າງໃດ"(ເບິ່ງ: rc://*/ta/man/translate/figs-rquestion)

ຫຼືໃຜຈະເປັນທີ່ປຶກສາຂອງພຣະອົງໄດ້?

ໂປໂລໃຊ້ຄຳຖາມນີ້ເພື່ອເນັ້ນຄວາມຄິດເຫັນຂອງເຂົາ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບຄຳກ່າວໄດ້,ແປໄດ້ອີກຢ່າງວ່າ:"ພຣະອົງບໍ່ຕ້ອງການໃຫ້ໃຜມາໃຫ້ຄຳແນະນຳພຣະອົງ"(ເບິ່ງ: rc://*/ta/man/translate/figs-rquestion)