lo_tn/rom/11/28.md

4.9 KiB

ໃນອີກດ້ານຫນຶ່ງ...ແຕ່ໃນອີກດ້ານຫນຶ່ງ.

ນີ້ເປັນຄູ່ຂອງຄຳເວົ້າທີ່ໃຊ້ເພື່ອປຽບທຽບຄວາມຈິງສອງຢ່າງທີ່ແຕກຕ່າງກັນກ່ຽວກັບຫົວເລື່ອງນັ້ນ ໂປໂລໃຊ້ຄຳເວົ້າເຫລົ່ານີ້ເພື່ອອະທິບາຍວ່າພຣະເຈົ້າຊົງປະຕິເສດຄົນຢິວແຕ່ພຣະອົງກໍຍັງຊົງຮັກພວກເຂົາ.

ພວກເຂົາກໍເປັນສັດຕຣູຂອງພຣະເຈົ້າເີ່ອປະໂຫຍດຂອງພວກທ່ານ.

ຄວາມຮັກຂອງພຣະເຈົ້າສຳລັບຄົນຕ່າງຊາດມີມາກມາຍຈົນຄວາມຮັກຂອງພຣະອົງ ສຳລັບຄົນຢິວເບິ່ງເໝືອນວ່າເປັນຄວາມກຽດຊັງໃນທາງປຽບທຽບ(ເບິ່ງ: rc://*/ta/man/translate/figs-hyperbole)

ພວກເຂົາກໍເປັນສັດຕຣູ.

"ພຣະເຈົ້າຊົງກຽດຊັງຄົນຢິວ"(ເບິ່ງ: rc://*/ta/man/translate/figs-activepassive)

ເພາະວ່າຂອງປະທານແລະການຊົງຮຽກຂອງພຣະເຈົ້ານັ້ນບໍ່ມີວັນປ່ຽນແປງ.

ໂປໂລເວົ້າເຖິງພຣະພອນຝ່າຍວິນຍານແລະຝ່າຍສິ່ງຂອງທີ່ພຣະເຈົ້າຊົງສັນຍາຈະປະທານໃຫ້ຄົນຂອງພຣະອົງ ດັ່ງກັບວ່າເປັນສິ່ງຂອງ,ການຊົງເອີ້ນຂອງພຣະເຈົ້າອ້າງອີງເຖິງຄວາມຈິງທີ່ວ່າ ພຣະເຈົ້າຊົງເອີ້ນຄົນຢິວໃຫ້ເປັນຄົນຂອງພຣະອົງ.ແປໄດ້ອີກຢ່າງຫນຶ່ງວ່າ"ເພາະພຣະເຈົ້າບໍ່ເຄີຍປ່ຽນພຣະທັຍກ່ຽວກັບສິ່ງທີ່ພຣະອົງຊົງສັນຍາຈະປະທານໃຫ້ເຂົາ ແລະກ່ຽວກັບການທີ່ພຣະອົງຊົງເລືອກພວກເຂົາໃຫ້ເປັນຄົນຂອງພຣະອົງ".(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-explicit]])

ໃນອີກດ້ານຫນຶ່ງ...ແຕ່ໃນອີກດ້າຫນຶ່ງ.

ນີ້ເປັນຄູ່ຂອງຄຳເວົ້າທີ່ໃຊ້ເພື່ອປຽບທຽບຄວາມຈິງສອງຢ່າງທີ່ແຕກຕ່າງກັນກ່ຽວກັບຫົວເລື່ອງນັ້ນ,ໂປໂລໃຊ້ຄຳເວົ້າເຫຼົ່ານີ້ເພື່ອອະທິບາຍວ່າພຣະເຈົ້າຊົງປະຕິເສດຄົນຢິວແຕ່ພຣະອົງກໍຍັງຊົງຮັກພວກເຂົາ.

ເລື່ອງຂ່າວປະເສີດ

ທ່ານອາດຈະທຳໃຫ້ຊັດເຈນວ່າພຣະເຈົ້າຊົງປະຕິບັດກັບຄົນຢິວເຫມືອນສັດຕຣູເພາະພວກເຂົາປະຕິເສດພຣະເຢຊູ,ແປໄດ້ອີກຢ່າງວ່າ:"ເພາະຄົນຢິວປະຕິເສດຂ່າວປະເສີດກ່ຽວກັບພຣະຄຣິດ"(ເບິ່ງ: rc://*/ta/man/translate/figs-explicit)

ພວກເຂົາເປັນສັດຕຣູຂອງພຣະເຈົ້າເພື່ອປະໂຫຍດຂອງພວກທ່ານ.

ຄວາມຮັກຂອງພຣະເຈົ້າສຳລັບຄົນຕ່າງຊາດມີຫລວງຫລາຍໃນຄວາມຮັກຂອງພຣະອົງ ສຳລັບຄົນຢິວແລ້ວເບິ່ງເຫມືອນເປັນຄວາມກຽດຊັງທາງການປຽບທຽບ(ເບິ່ງ: rc://*/ta/man/translate/figs-hyperbole)

ພວກເຂົາເປັນທີ່ຮັກເນື່ອງຈາກບັນພະບຸລຸດທັງຫລາຍ

ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳ ແປໄດ້ອີກຢ່າງວ່າ:"ພຣະເຈົ້າຊົງຮັກພວກເຂົາເພາະສິ່ງທີ່ພຣະອົງຊົງສັນຍາຈະທຳເພື່ອບັນພະບຸລຸດຂອງພວກເຂົາ"(ເບິ່ງ: rc://*/ta/man/translate/figs-activepassive)