lo_tn/rom/11/23.md

4.6 KiB

ຖ້າພວກເຂົາບໍ່ດື້ດຶງທີ່ຈະຢູ່ໃນຄວາມບໍ່ຕໍ່ໄປ.

ຄຳເວົ້າ"ບໍ່ຢູ່ໃນຄວາມເຊື່ອຕໍ່ໄປ" ເປັນຮູບແບບປະຕິເສດຊ້ອນກັນ,ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບບອກເລົ່າ ແປໄດ້ອີກຢ່າງວ່າ"ຖ້າຄົນຢິວທີ່ຈະເລີ້ມເຊື່ອໃນພຣະຄຣິດ"(ເບິ່ງ: rc://*/ta/man/translate/figs-doublenegatives)

ພວກເຂົາກໍຈະໄດ້ຮັບການຕໍ່ກັບເຂົ້າໄປໃຫມ່.

ໂປໂລເວົ້າເຖິງຄົນຢິວວ່າເປັນກິ່ງທີ່ສາມາດຕໍ່ກັບເຂົ້າໄປໃນຕົ້ນໄມ້ຖ້າພວກເຂົາເລີ້ມທີ່ຈະເຊື່ອໃນພຣະເຢຊູ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປຣະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ:"ພຣະເຈົ້າຈະຊົງຕໍ່ພວກເຂົາກັບເຂົ້າໄປ"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຕໍ່

ນີ້ເປັນຂະບວນການທົ່ວໄປທີ່ເມື່ອປາຍກິ່ງບໍ່ມີຊີວິດຖືກຕໍ່ເຂົ້າໄປກັບຕົ້ນໄມ້ອື່ນເພື່ອວ່າກິ່ງໃຫມ່ຈະເຕີບໃຫຍ່ໃນຕົ້ນໄມ້ນັ້ນ.

ເພາະວ່າຖ້າພຣະເຈົ້າຊົງຕັດທ່ານອອກຈາກຕົ້ນຫມາກກອກປ່າຕາມທຳມະຊາດແລະຊົງມາຕໍ່ກັບຕົ້ນຫມາກກອກພັນດີຊຶ່ງຜິດທຳມະຊາດແລ້ວ.ການທີ່ຈະເອົາພວກຢິວເຫຼົ່ານັ້ນຊຶ່ງເປັນກິ່ງເດີມຕາມທຳມະຊາດມາຕໍ່ກັບເຂົ້າໄປໃນຕົ້ນຂອງມັນເອງຈະເປັນເລື່ອງງ່າຍຫລາຍກ່ວານັ້ນປານໃດ?

ໂປໂລຍັງເວົ້າເຖິງຜູ້ເຊື່ອຄົນຕ່າງຊາດແລຄົນຢິວ ດັ່ງກັບວ່າພວກເຂົາເປັນກິ່ງຂອງຕົ້ນໄມ້.ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ເພາະຖ້າພຣະເຈົ້າຕັດທ່ານອອກຈາກສິ່ງທີ່ເປັນຫມາກອກປ່າທີ່ເປັນທຳມະຊາດແລ້ວແລະຕົງກັນຂວ້າມກັບທຳມະຊາດ.ພຣະອົງໄດ້ຊົງຕໍ່ທ່ານເຂົ້າກັບຕົ້ນໝາກກອກທີ່ດີ ຖ້າຢ່ານັ້ນພຣະອົງຈະຍິ່ງຊົງຕໍ່ຄົນຢິວເຫລົ່ານັ້ນທີ່ເປັນກິ່ງທຳມະຊາດເຂົ້າໄປໃນຕົ້ນໝາກກອກເດີມຫຼາຍຂຶ້ນຫຼາຍປານໃດ?(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ກິ່ງໄມ້

ໂປໂລກຳລັງເວົ້າເຖິງຄົນຢິວແລະຄົນຕ່າງຊາດດັ່ງກັບພວກເຂົາເປັນກິ່ງ"ກິ່ງທຳມະຊາດ"ສະແດງເຖິງຄົນຢິວແລະ"ກິ່ງທີ່ມາຕໍ່"ສະແດງເຖິງຜູ້ເຊື່ອຄົນຕ່າງຊາດ(ເບິ່ງ: rc://*/ta/man/translate/figs-metaphor)

ພວກເຂົາ...ພວກເຂົາ

ຄຳວ່າ"ພວກເຂົາ"ຫລື"ຫມູ່ເຂົາ"ທັງຫມົດທີ່ປາກົດຢູ່ນັ້ນຫມາຍເຖິງຄົນຢິວ.

ພວກເຂົາ...ຫມູ່ເຂົາ.

ຄຳວ່າ"ພວກເຂົາ"ຫລື"ຫມູ່ເຂົາ"ທັງໝົດທີ່ປາກົດຢູ່ນັ້ນຫມາຍເຖິງຄົນຢິວ.