lo_tn/rom/11/17.md

3.3 KiB

ຖ້າພຣະເຈົ້າຊົງນຳທ່ານທີ່ເປັນກິ່ງຫມາກກອກປ່າ.

ຄຳສັບພະນາມ"ທ່ານ"ແລະຄຳເວົ້າ"ກິ່ງໝາກກອກປ່າ"ຫມາຍເຖິງຄົນຕ່າງຊາດທີ່ໄດ້ຮັບຄວາມລອດຜ່ານທາງພຣະເຢຊູ(ເບິ່ງ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-metaphor]])

ມາຕໍ່ໄວ້ແທນກິ່ງເຫລົ່ານັ້ນ

ຈຸດນີ້ໂປໂລເວົ້າເຖິງຄົນຕ່າງຊາດທີ່ເປັນຄຣິສະຕຽນ ດັ່ງພວກເຂົາເປັນ"ກິ່ງທີ່ນຳມາຕໍ່"ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ພຣະເຈົ້າໄດ້ຊົງຕິດທ່ານໄວ້ກັບຕົ້ນໄມ້ທ່າມກາງກິ່ງໄມ້ທີ່ເຫລືອຢູ່"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])

ຮາກຕົ້າຫມາກກອກອັນບໍຣິບູນ

ຈຸດນີ້"ຮາກຕົ້າຫມາກກອກອັນບໍຣິບູນ"ເປັນຄຳອຸປະມາທີ່ໝາຍເຖິງພຣະສັນຍາຂອງພຣະເຈົ້າ(ເບິ່ງ: rc://*/ta/man/translate/figs-metaphor)

ກໍຢ່າອວດດີຕໍ່ກິ່ງເຫລົ່ານັ້ນ.

ຈຸດນີ້"ກິ່ງ"ເປັນຄຳອຸປະມາທີ່ຫມາຍເຖິງຄົນຢິວ,ແປໄດ້ອີກຢ່າງວ່າ"ຢ່າເວົ້າວ່າທ່ານດີກ່ວາຊາວຢິວທີ່ພຣະເຈົ້າໄດ້ປະຕິເສດ"(ເບິ່ງ: rc://*/ta/man/translate/figs-metaphor)

ຢ່າລືມວ່າທ່ານບໍ່ໄດ້ລ້ຽງຮາກນັ້ນແຕ່ຮາກຕ່າງຫາກທີ່ລ້ຽງທ່ານ.

ບ່ອນນີ້ໂປໂລບອກເປັນໄນຍະວ່າຜູ້ເຊື່ອຄົນຕ່າງຊາດເປັນກິ່ງ,ພຣະເຈົ້າຊົງຊ່ວຍພວກເຂົາພຽງເພາະວ່າຄຳສັນຍາແຫ່ງພັນທະສັນຍາທີ່ພຣະອົງຊົງກະທຳກັບຄົນຢິວ(ເບິ່ງ: rc://*/ta/man/translate/figs-metaphor)

ແຕ່ຖ້າບາງກິ່ງຖືກຫັກອອກແລ້ວ.

ຈຸດນີ້ໂປໂລໝາຍເຖິງຄົນຢິວທີ່ປະຕິເສດພຣະເຢຊູວ່າເປັນ"ກິ່ງທີ່ຖືກຫັກອອກ"ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ"ແຕ່ຖ້າບາງຄົນຫັກກິ່ງໄມ້ອອກບາງກິ່ງ"(ເບິ່ງ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-activepassive]])