lo_tn/rom/10/18.md

2.6 KiB

ແຕ່ຂ້າພຣະເຈົ້າເວົ້າວ່າ"ພວກເຂົາບໍ່ໄດ້ຍິນບໍ?"ໄດ້ຍິນຢ່າງແນ່ນອນທີ່ສຸດ.

ໂປໂລໃຊ້ຄຳຖາມເພື່ອເນັ້ນຢ້ຳ ທ່ານອາດຈະແປສິ່ງນີ້ໃນຮູບແບບທີ່ເປັນຄຳກ່າວໄດ້ ແປໄດ້ອີກຢ່າງວ່າ:"ແຕ່ຂ້າພຣະເຈົ້າເວົ້າວ່າຄົນຢິວເຄີຍໄດ້ຍິນຂ່າວກ່ຽວກັບພຣະຄຣິດແນ້ວແນ່"(ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-quotations]])

ສຽງຂອງພວກເຂົາໄດ້ກະຈາຍອອກໄປທົ່ວໂລກ ແລະຖ້ອຍຄຳພວກເຂົາກໍໄດ້ປະກາດອອກໄປຈົນເຖິງສຸດປາຍແຜ່ນດິນໂລກ.

ປະໂຫຍກຄຳກ່າວທັງສອງນີ້ຫມາຍຄວາມຢ່າງດຽວກັນແລະໂປໂລໃຊ້ໃນຄວາມເນັ້ນຢ້ຳ ຄຳວ່າ"ພວກເຂົາ"ຫມາຍເຖິງດວງອາທິດດວງຈັນແລະດວງດາວ ຈຸດນີ້ມັນຖືກອະທິບາຍວ່າເປັນຜູ້ນຳຂ່າວມະນຸດທີ່ບອກຜູ້ຄົນກ່ຽວກັບພຣະເຈົ້າ ຄຳນີ້ຫມາຍເຖິງການມີຢູ່ຂອງສິ່ງເຫຼົ່ານັ້ນສຳແດງໃຫ້ເຫັນເຖິງຣິດອຳນາດແລະພຣະສີຣິຂອງພຣະເຈົ້າ.ທ່ານອາດຈະທຳໃຫ້ຊັດເຈນວ່າໂປໂລກຳລັງອ້າງອີງຂໍ້ພຣະຄຳພີທີ່ນີ້,ແປໄດ້ອີກຢ່າງວ່າ"ຢ່າງທີ່ຂໍ້ພຣະຄຳພີບັນທຶກໄວ້ວ່າ"ດວງອາທິດ ດວງຈັນ ແລະດວງດາວ ເປັນຫລັກຖານຂອງຣິດອຳນາດແລະພຣະສີຣິຂອງພຣະເຈົ້າແລະທຸກຄົນໃນໂລກມອງສິ່ງເຫລົ່ານັ້ນແລະຮູ້ຄວາມຈິງກ່ຽວກັບພຣະເຈົ້າ"(ເບິ່ງ: [[rc:///ta/man/translate/figs-parallelism]] [[rc:///ta/man/translate/figs-personification]], ແລະ rc://*/ta/man/translate/figs-explicit)