lo_tn/rom/10/14.md

3.9 KiB

ແລ້ວຄົນເຫລົ່ານັ້ນທີ່ບໍ່ເຊື່ອໃນພຣະອົງຈະຮ້ອງຂໍຕໍ່ພຣະອົງໄດ້ຢ່າງໃດ?

ໂປໂລໃຊ້ຄຳຖາມເພື່ອເນັ້ນຢ້ຳຄວາມສຳຄັນຂອງການນຳຂ່າວດີຂອງພຣະຄຣິດໄປສູ່ຄົນທີ່ຍັງບໍ່ໄດ້ຍິນຄຳວ່າ"ພວກເຂົາ" ຫມາຍເຖິງຄົນເຫລົ່ານັ້ນທີ່ບໍ່ເຄີຍເປັນຂອງພຣະເຈົ້າ.ແປໄດ້ອີກຢ່າງວ່າ:ຄົນເຫລົ່ານັ້ນທີ່ບໍ່ໄດ້ເຊື່ອໃນພຣະເຈົ້າຈະບໍ່ສາມາດຮ້ອງຂໍຕໍ່ພຣະອົງໄດ້"(ເບິ່ງ: rc://*/ta/man/translate/figs-rquestion)

ແລະຄົນເຫລົ່ານັ້ນທີ່ຍັງບໍ່ທັນໄດ້ຍິນເລື່ອງຂອງພຣະອົງ ຈະເຊື່ອໃນພຣະອົງໄດ້ຢ່າງໃດ?

ໂປໂລໃຊ້ອີກຄຳຖາມຫນຶ່ງເພາະເຫດຜົນດຽວກັນ​,ແປໄດ້ອີກຢ່າງວ່າ:"ພວກເຂົາບໍ່ສາມາດເຊື່ອໃນພຣະອົງໄດ້ຖ້າພວກເຂົາບໍ່ໄດ້ຟັງຂ່າວຂອງພຣະອົງ"ຫລື"ແລະພວກເຂົາບໍ່ສາມາດເຊື່ອໃນພຣະອົງໄດ້ຖ້າພວກເຂົາບໍ່ໄດ້ຟັງຂ່າວກ່ຽວກັບພຣະອົງ"(ເບິ່ງ: rc://*/ta/man/translate/figs-rquestion)

ເຊື່ອໃນ

ຈຸດນີ້ຄຳນີ້ຫມາຍຄວາມວ່າການຍອມຮັບວ່າສິ່ງທີ່ຄົນນັ້ນເວົ້າເປັນຄວາມຈິງ.

ແລະເມື່ອບໍ່ມີຜູ້ປະກາດ ພວກເຂົາຈະໄດ້ຍິນໄດ້ຢ່າງໃດ?

ໂປໂລໃຊ້ອີກຄຳຖາມຫນຶ່ງເພາະເຫດຜົນດຽວກັນ,ແປໄດ້ອີກຢ່າງວ່າ:"ແລະພວກເຂົາຈະບໍ່ສາມາດໄດ້ຍິນຂ່າວຖ້າບໍ່ມີໃຜບອກພວກເຂົາ"(ເບິ່ງ: rc://*/ta/man/translate/figs-rquestion)

ແລະຖ້າບໍ່ມີໃຜສົ່ງພວກເຂົາໄປ ພວກເຂົາຈະປະກາດໄດ້ຢ່າງໃດ?

ໂປໂລໃຊ້ອີກຄຳຖາມຫນຶ່ງເພາະເຫດຜົນດຽວກັນຄຳວ່າ"ພວກເຂົາ" ຫມາຍເຖິງຄົນເຫລົ່ານັ້ນທີ່ເປັນຂອງພຣະເຈົ້າ,ແປໄດ້ອີກຢ່າງວ່າ:"ແລະພວກເຂົາບໍ່ສາມາດບອກຄົນອື່ນກ່ຽວກັບຂ່າວນັ້ນໄດ້ຈົນກ່ວາຈະມີຄົນສົ່ງພວກເຂົາອອກໄປ"(ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-rquestion]])

ຕີນຂອງຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແຫ່ງສິ່ງປະເສີດຊ່າງງາມແທ້ໆ.

ໂປໂລໃຊ້ຄຳວ່າ"ຕີນ"ເພື່ອສະແດງຄົນທີ່ເດີນທາງແລະນຳຂ່າວປະເສີດໄປສູ່ຄົນທີ່ຍັງບໍ່ໄດ້ຍິນ ແປໄດ້ອີກຢ່າງວ່າ:"ເປັນສິ່ງສຸດຍອດທີ່ຜູ້ນຳຂ່າວມາແລະບອກເຮົາກ່ຽວກັບຂ່າວປະເສີດ!"(ເບິ່ງ: rc://*/ta/man/translate/figs-metonymy)