lo_tn/rom/10/04.md

2.8 KiB

ເພາະວ່າພຣະຄຣິດຊົງກະທຳຕາມທັມະບັນຍັດໄດ້ຢ່າງສົມບູນຄົບຖ້ວນທຸກປະການ.

"ເພາະພຣະຄຣິດຊົງກະທຳຕາມພຣະບັນຍັດໄດ້ຄົບຖ້ວນທັງ ຫມົດ"

ເພື່ອໃຫ້ທຸກຄົນທີ່ມີຄວາມເຊື່ອໄດ້ຮັບຄວາມຊອບທັມ.

ຈຸດນີ້"ເຊື່ອ"ຫມາຍເຖິງ"ໄວ້ວາງໃຈ"ແປໄດ້ອີກຢ່າງວ່າ:"ເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ທຸກຄົນທີ່ໄວ້ວາງໃຈໃນພຣະອົງຖືກຕ້ອງກັບພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)

ເຊື່ອ.

ຈຸດນີ້ຄຳນີ້ຫມາຍຄວາມວ່າການເຊື່ອໃນບາງສິ່ງຄືການຍອມຮັບຫລືໄວ້ວາງໃຈວ່ານັ້ນເປັນຄວາມຈິງ.

ຄວາມຊອບທັມທີ່ມາຈາກທັມະບັນຍັດ.

ໂປໂລເວົ້າເຖິງ"ຄວາມຊອບທຳ"ດັ່ງກັບວ່າເປັນສິ່ງມີຊີວິດແລະສາມາດເຄື່ອນໄຫວໄດ້ ແປໄດອີກຢ່າງວ່າ:"ການທີ່ພຣະບັນຍັດທຳໃຫ້ຄົນຫນຶ່ງຖືກຕ້ອງກັບພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-personification)

ຄົນທີ່ປະພຶດຕາມຄວາມຊອບທັມແຫ່ງທັມະບັນຍັດກໍຈະມີຊີວິດຢູ່ໂດຍຄວາມຊອບທັມນັ້ນ.

ເພື່ອທີ່ຈະໄດ້ຖືກຕ້ອງກັບພຣະເຈົ້າໂດຍທາງພຣະບັນຍັດນັ້ນຄົນຫນຶ່ງຈະຕ້ອງຮັກສາພຣະບັນຍັດຢ່າງສົມບູນແບບ ຊຶ່ງເປັນໄປບໍ່ໄດ້,ແປໄດ້ອີກຢ່າງວ່າ:"ຄົນທີ່ທຳຕາມພຣະບັນຍັດຈະມີຊີວິດຢູ່ເພາະພຣະບັນຍັດຈະທຳໃຫ້ເຂົາຖືກຕ້ອງກັບພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-explicit)

ຈະມີຊີວິດຢູ່.

ຄຳວ່າ"ຈະມີຊີວິດຢູ່"ສາມາດຫມາຍເຖິງຊີວິດນິຣັນດອນ ຫຼື ຊີວິດຂອງມະນຸດໃນການສາມັກຄີທຳກັບພຣະເຈົ້າ.