lo_tn/rom/09/32.md

3.5 KiB

ເພາະຫຍັງ?

ນີ້ຄືການລະຄຳໃນປະໂຫຍດ,ທ່ານອາດຈະລວມຄຳທີ່ບອກເປັນໄນຍະໄວ້ໃນການແປຂອງທ່ານ,ໂປໂລຖາມຄຳຖາມນີ້ ເພື່ອຈະຮຽກຮ້ອງຄວາມສົນໃຈຈາກຜູ້ອ່ານຂອງເຂົາ,ແປໄດ້ອີກຢ່າງວ່າ"ເປັນຫຍັງພວກເຂົາຈິ່ງບໍ່ໄດ້ຮັບຄວາມຊອບທຳ"(ເບິ່ງ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-rquestion]])

ໂດຍການປະພຶດ.

ຄຳນີ້ໝາຍເຖິງສິ່ງທີ່ມະນຸດທຳເພື່ອໃຫ້ພຣະເຈົ້າພໍພຣະໄທ ທ່ານອາດຈະທຳໃຫ້ຂໍ້ຄວາມນີ້ຊັດເຈນໃນການແປຂອງທ່ານ,ແປໄດ້ອີກຢ່າງວ່າ:"ໂດຍການພະຍາຍາມທີ່ຈະທຳສິ່ງທີ່ຈະເປັນທີ່ພໍພຣະທັຍພຣະເຈົ້າ"ຫຼື"ໂດຍການຮັກສາທັມະບັນຍັດ"(ເບິ່ງ: rc://*/ta/man/translate/figs-explicit)

ກ້ອນຫີນທີ່ຈະທຳໃຫ້ສະດຸດ

ແປໄດ້ອີກຢ່າງວ່າ:"ຫິນທີ່ຜູ້ຄົນສະດຸດ"

ດັ່ງທີ່ມີຄຳຂຽນໄວ້ວ່າ.

ທ່ານອາດຈະຊີ້ຊັດໄປວ່າເອຊາຢາຂຽນຂໍ້ຄວາມນີ້ ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ຢ່າງທີ່ຜູ້ປະກາດພຣະທຳເອຊາຢາໄດ້ຂຽນໄວ້"(ເບິ່ງ: [[rc:///ta/man/translate/figs-explicit]] ແລະ [[rc:///ta/man/translate/figs-activepassive]])

ເຊື່ອໃນພຣະອົງ.

ເພາະວ່າຫີນຫມາຍເຖິງຄົນ ທ່ານອາດຈະແປໄດ້ວ່າ"ເຊື່ອໃນພຣະອົງ"

ໃນສີໂຍນ.

ຈຸດນີ້ເປັນຄຳປຽບທຽບທີ່ຫມາຍເຖິງອິດສະຣາເອນ ແປໄດ້ອີກຢ່າງວ່າ:"ໃນອິດສະຣາເອນ"(ເບິ່ງ: rc://*/ta/man/translate/figs-metonymy)

ຫີນກ້ອນຫນຶ່ງທີ່ຈະທຳໃຫ້ສະດຸດແລະຫີນອີກກ້ອນຫນຶ່ງທີ່ຈະທຳໃຫ້ໂກດເຄືອງ.

ຄຳເວົ້າສອງຄຳນີ້ໂດຍພື້ນຖານຫມາຍເຖິງສິ່ງຂອງຢ່າງດຽວກັນແລະເປັນຄຳອຸປະມາທີ່ອ້າງອີງເຖິງພຣະເຢຊູແລະການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ ດັ່ງກັບວ່າຜູ້ຄົນສະດຸດກ້ອນຫີນເພາະພວກເຂົາຮູ້ສຶກລັງກຽດເມື່ອພວກເຂົານຶກເຖິງການສິ້ນພຣະຊົນຂອງພຣະເຢຊູເທິງໄມ້ກາງແຂນ(ເບິ່ງ: [[rc:///ta/man/translate/figs-doublet]] ແລະ [[rc:///ta/man/translate/figs-metaphor]])