lo_tn/rom/09/27.md

3.1 KiB

ຮ້ອງປະກາດ.

"ຮ້ອງຮຽກ"

ເຫມືອນເມັດຊາຍທີ່ທະເລ.

ຈຸດນີ້ໂປໂລປຽບທຽບຈຳນວນຂອງປະຊາກອນອິດສະຣາເອນກັບຈຳນວນຂອງເມັດຊາຍໃນທະເລ ແປໄດ້ອີກຢ່າງວ່າ:"ຫລາຍເກີນນັບໄດ້"(ເບິ່ງ: rc://*/ta/man/translate/figs-simile)

ຜູ້ທີ່ຈະຫລອດ.

ໂປໂລໃຊ້ຄຳວ່າ"ຫລອດ"ໃນຄວາມຫມາຍຝ່າຍວິນຍານ ຖ້າພຣະເຈົ້າຊົງຊ່ວຍຄົນໜຶ່ງໃຫ້ຫລອດ,ນັ້ນຫມາຍຄວາມວ່າໂດຍການເຊື່ອໃນການສິ້ນພຣະຊົນຂອງພຣະເຢຊູເທິງໄມ້ກາງແຂນ,ພຣະເຈົ້າໄດ້ຊົງອະພັຍໃຫ້ເຂົາແລະຊ່ວຍເຂົາໃຫ້ຫລອດຈາກການຖືກລົງໂທດ.ສຳລັບຄວາມບາບຂອງເຂົາ ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:ພຣະເຈົ້າຈະຊົງຊ່ວຍໃຫ້ຫລອດ"(ເບິ່ງ: rc://*/ta/man/translate/figs-activepassive)

ພຣະດຳຣັດ.

ຄຳນີ້ຫມາຍເຖິງທຸກສິ່ງທີ່ພຣະເຈົ້າໄດ້ຊົງຕັດຫລືສັ່ງ.

ເຮົາ...ເຮົາ.

ຈຸດນີ້"ເຮົາ"ແລະ"ເຮົາ"ຫມາຍເຖິງເອຊາຢາລວມເຖິງຄົນອິດສະຣາເອນ(ເບິ່ງ: rc://*/ta/man/translate/figs-inclusive)

ເຮົາກໍຈະເປັນເຫມືອນເມືອງໂຊໂດມແລະເມືອງໂກໂມຣາ.

ທ່ານອາດຈະອະທິບາຍໃຫ້ຊັດເຈນວ່າຄົນອິດສະຣາເອນຈະເປັນເຫມືອນໂຊໂດມແລະໂກໂມຣາຢ່າງໃດ ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ພຣະເຈົ້າຈະຊົງທຳລາຍພວກເຮົາທຸກຄົນ"ຢ່າງທີ່ພຣະອົງຊົງທຳລາຍເມືອງໂຊໂດມແລະໂກໂມຣາ"(ເບິ່ງ: [[rc:///ta/man/translate/figs-explicit]] [[rc:///ta/man/translate/translate-names]] [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-activepassive]])

ເຮົາ...ເຮົາ.

ຈຸດນີ້ຄຳວ່າ"ເຮົາ"ແລະ"ເຮົາ"ຫມາຍເຖິງເອຊາຢາລວມເຖິງຄົນອິສະຣາເອນ(ເບິ່ງ: rc://*/ta/man/translate/figs-inclusive)