lo_tn/rom/08/28.md

4.4 KiB

ຂໍ້ມູນເຊື່ອມຕໍ່:

ໂປໂລເຕືອນຜູ້ເຊື່ອວ່າບໍ່ມີຫຍັງຈະແຍກພວກເຂົາອອກຈາກຄວາມຮັກຂອງພຣະເຈົ້າໄດ້.

ແກ່ຄົນທັງຫລາຍທີ່ໄດ້ຮັບການຊົງເອີ້ນ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ຄົນເຫລົ່ານັ້ນທີ່ພຣະເຈົ້າຊົງເລືອກ"(ເບິ່ງ: rc://*/ta/man/translate/figs-activepassive)

ຄົນທັງຫລາຍທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າແລ້ວ.

"ຄົນເຫລົ່ານັ້ນທີ່ພຣະອົງຊົງຮູ້ຈັກກ່ອນທີ່ພຣະອົງຈະຊົງສ້າງພວກເຂົາ"

ພຣະອົງຊົງກຳນົດໄວ້ກ່ອນ.

ພຣະອົງຊົງກຳນົດຊະຕາຊີວິດຂອງພວກເຂົາ"ຫຼື"ພຣະອົງຊົງວາງແຜນໄວ້ລ່ວງຫນ້າ"

ໃຫ້ເປັນຕາມພຣະສາຍາແຫ່ງພຣະບຸດຂອງພຣະອົງ.

ພຣະເຈົ້າຊົງວາງແຜນຕັ້ງແຕ່ກ່ອນສ້າງສັບພະສິ່ງວ່າຈະພັດທະນາຄົນເຫລົ່ານັ້ນທີ່ເຊື່ອໃນພຣະເຢຊູບຸດຂອງພຣະເຈົ້າໃຫ້ເປັນຄົນທີ່ເຫມືອນພຣະເຢຊູ.ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ທີ່ພຣະອົງຈະຊົງປ່ຽນແປງພວກເຂົາໃຫ້ເປັນເຫມືອນພຣະບຸດຂອງພຣະອົງ"(ເບິ່ງ: rc://*/ta/man/translate/figs-activepassive)

ພຣະບຸດ.

ຄຳນີ້ເປັນຊື່ເອີ້ນທີ່ສຳຄັນສຳລັບພຣະເຢຊູພຣະບຸດຂອງພຣະເຈົ້າ(ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ເພື່ອພຣະບຸດນັ້ນຈະໄດ້ເປັນບຸດຫົວປີ.

"ເພື່ອທີ່ວ່າພຣະບຸດຂອງພຣະອົງຈະເປັນບຸດຫົວປີ"

ທ່າມກາງພີ່ນ້ອງເປັນຈຳນວນມາກ.

ຈຸດນີ້"ພີ່ນ້ອງ"ຫມາຍເຖິງຜູ້ເຊື່ອທຸກຄົນທັງຜູ້ຊາຍແລະຜູ້ຍິງ.ແປໄດ້ອີກຢ່າງວ່າ:"ທ່າມກາງພີ່ນ້ອງຊາຍຍິງຫລວງຫລາຍທີ່ເປັນຄອບຄົວຂອງພຣະເຈົ້າ( rc://*/ta/man/translate/figs-explicit)

ບັນດາທີ່ພຣະອົງໄດ້ຊົງກຳນົດໄວ້ກ່ອນ.

"ຄົນເຫລົ່ານັ້ນທີ່ພຣະເຈົ້າໄດ້ຊົງວາງແຜນໄວ້ລ່ວງຫນ້າ"

ພຣະອົງກໍຊົງໃຫ້ມີສັກສີດ້ວຍ.

ຄຳວ່າ"ສັກສີ"ຢູ່ໃນຮູບອະດີດເພື່ອເນັ້ນຢ້ຳວ່າສິ່ງນີ້ຈະເກີດຂຶ້ນຢ່າງແນ່ນອນ"ແປໄດ້ອີກຢ່າງວ່າ:"ຄົນເຫລົ່ານີ້ພຣະອົງຈະຊົງໃຫ້ມີສັກສີດ້ວຍ"(ເບິ່ງ rc://*/ta/man/translate/figs-explicit)

ຜູ້ທີ່ພຣະອົງຊົງໃຫ້ເປັນຜູ້ຊອບທັມ.

ຈຸດນີ້"ທຳໃຫ້ຊອບທັມ"ຢູ່ໃນຮູບອະດີດເພື່ອເນັ້ນຢ້ຳວ່າ ສິ່ງນີ້ຈະເກີດຂຶ້ນຢ່າງແນ່ນອນ"ແປໄດ້ອີກຢ່າງວ່າ:"ຄົນເຫຼົ່ານີ້ພຣະອົງຈະຊົງກະທຳໃຫ້ຖືກຕ້ອງກັບພຣະອົງ"(ເບິ່ງ: rc://*/ta/man/translate/figs-explicit)