lo_tn/rom/08/20.md

4.4 KiB

ເພາະວ່າສັບພະສິ່ງເຫລົ່ານັ້ນຕ້ອງຢູ່ໃຕ້ຄວາມອະນິຈັງ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ເພາະວ່າພຣະເຈົ້າຊົງທຳໃຫ້ສິ່ງທີ່ພຣະອົງຊົງສ້າງ ສາມາດບັນລຸສິ່ງທີ່ພຣະອົງຊົງປະສົງໄດ້"(ເບິ່ງ: rc://*/ta/man/translate/figs-activepassive)

ບໍ່ແມ່ນຕາມໃຈຊອບຂອງຕົນເອງ ແຕ່ເປັນໄປຕາມພປຮະປະສົງຂອງພຣະເຈົ້າຜູ້ຊົງຄວບຄຸມຢູ່.

ຈຸດນີ້ໂປໂລອະທິບາຍຄຳ"ການຊົງສ້າງ"ວ່າເປັນຄົນທີ່ສາມາດມີຄວາມປາດຖະຫນາໄດ້,ແປໄດ້ອີກຢ່າງວ່າ:"ບໍ່ແມ່ນເພາະວ່ານີ້ເປັນສິ່ງທີ່ສັບພະສິ່ງທີ່ຖືກສ້າງຕາມຕ້ອງການ,ແຕ່ເປັນເພາະວ່ານີ້ເປັນສິ່ງທີ່ພຣະເຈົ້າຊົງປາຖະຫນາ"(ເບິ່ງ: rc://*/ta/man/translate/figs-personification)

ຄວາມເຊື່ອຫມັ້ນຢ່າງແນ້ວແນ່ວ່າສັບພະສິ່ງເຫລົ່ນັ້ນຈະໄດ້ລອດພົ້ນ.

ແປໄດ້ອີກຢ່າງວ່າ:"ເພາະພຣະເຈົ້າຊົງຊາບວ່າພຣະອົງຈະຊົງຊ່ອຍສັບພະສິ່ງໃຫ້ລອດ"(ເບິ່ງ: rc://*/ta/man/translate/figs-activepassive)

ຈາກການເປັນທາດໄປສູ່ການເສື່ອມສະຫລາຍ.

ໂປໂລເວົ້າເຖິງການໄຮ້ປະໂຫຍດຂອງທຸກສິ່ງທີ່ໄດ້ຮັບຜົນກະທົບຈາກຄວາມບາບ ດັ່ງກັບວ່າເປັນຮ່າງກາຍທີ່ຕາຍແລ້ວແລະກຳລັງເນົ່າເປື່ອຍໄປ,ຈາກນັ້ນເຂົາຈິ່ງເວົ້າກ່ຽວກັບທຸກສິ່ງທີ່ຕ້ອງປະສົບກັບສິ່ງນີ້ ດັ່ງກັບວ່າເປັນທາດທີ່ມີນາຍ,ແປໄດ້ອີກຢ່າງວ່າ:"ຈາກການເນົ່າເປື່ອຍແລະຕາຍ"(ເບິ່ງ: rc://*/ta/man/translate/figs-metaphor)

ຈະໄດ້ເຂົ້າໃນເສຣີພາບແຫ່ງສັກສີຂອງບັນດາບຸດຂອງພຣະເຈົ້າ.

"ແລະພຣະອົງຈະຊົງປົດປ່ອຍພວກເຂົາເມື່ອພຣະອົງປຣະທານກຽດຕິຍົດໃຫ້ແກ່ບຸດຂອງພຣະອົງ"

ເພາະເຮົາຮູ້ວ່າສັບພະສິ່ງທີ່ຊົງສ້າງ ທັງໝົດນັ້ນກຳລັງຄ້ຳຄວນແລະເຈັບປວດແບບຍິງຄອດລູກດ້ວຍກັນຈົນທຸກວັນນີ້

ສັບພະສິ່ງທີ່ຊົງສ້າງຖືກປຽບທຽບກັບຍິງທີ່ກຳລັງຄ້ຳຄວນໃນຂະນະທີ່ກຳລັງຈະຄອດລູກ.ແປໄດ້ອີກຢ່າງວ່າ:"ເພາະເຮົາຮູ້ວ່າທຸກສິ່ງທີ່ພຣະເຈົ້າຊົງສ້າງຕ້ອງການຈະເປັນອິສຣະແລະຄ້ຳຄວນເຖິງສິ່ງນັ້ນດັ່ງກັບຍິງທີ່ກຳລັງຈະຄອກລູກ"(ເບິ່ງ: rc://*/ta/man/translate/figs-metaphor)

ຄວາມເຊື່ອຫມັ້ນຢ່າງແນ້ວແນ່ ສັບພະສິ່ງເຫລົ່ານີ້ຈະໄດ້ລອດພົ້ນ.

ແປໄດ້ອີກຢ່າງວ່າ:"ເພາະພຣະເຈົ້າຊົງຊາບວ່າພຣະອົງຈະຊົງຊ່ວຍສັບພະສິ່ງໃຫ້ລອດ"(ເບິ່ງ: rc://*/ta/man/translate/figs-activepassive)