lo_tn/rom/08/12.md

2.7 KiB

ເພາະສະນັ້ນ.

"ເພາະສິ່ງທີ່ຂ້າພຣະເຈົ້າໄດ້ບອກທ່ານນັ້ນເປັນເລື້ອງຈິງ"

ພີ່ນ້ອງທັງຫຼາຍ.

ຈຸດນີ້ຫມາຍຄວາມວ່າຄຣິສະຕຽນດ້ວຍກັນຊຶ່ງລວມທັງຜູ້ຊາຍແລະຜູ້ຍິງ.

ເຮົາເປັນຫນີ້.

ໂປໂລກຳລັງເວົ້າເຖິງການເຊື່ອຟັງ ດັ່ງກັບວ່າເປັນສິ່ງທີ່ຈ່າຍ ຫນີ້ໃຫ້,ແປໄດ້ອີກຢ່າງວ່າ:"ເຮົາຈຳເປັນຕ້ອງເຊື່ອຟັງ"(ເບິ່ງ: rc://*/ta/man/translate/figs-metaphor)

ແຕ່ບໍ່ແມ່ນເປັນຫນີ້ຝ່າຍເນື້ອຫນັງທີ່ຈະດຳເນີນຊີວິດຕາມເນື້ອຫນັງ.

ອີກຄັ້ງຫນຶ່ງທີ່ໂປໂລເວົ້າເຖິງການເຊື່ອຟັງ ດັ່ງກັບວ່າເປັນສິ່ງທີ່ຈ່າຍໜີ້ໃຫ້ ທ່ານອາດຈະລວມຄຳທີ່ບອກເປັນນັຍ"ລູກໜີ້" ແປໄດ້ອີກຢ່າງວ່າ:"ແຕ່ເຮົາບໍ່ແມ່ນລູກໜີ້ຂອງເນື້ອໜັງ ແລະເຮົາບໍ່ຈຳເປັນຕ້ອງເຊື່ອຟັງຄວາມປາດຖະຫນາອັນຊົ່ວຮ້າຍຂອງເຮົາ"(ເບິ່ງ: [[rc:///ta/man/translate/figs-ellipsis]] ແລະ [[rc:///ta/man/translate/figs-metaphor]])

ເພາະວ່າຖ້າທ່ານດຳເນີນຊີວິດຕາມເນື້ອຫນັງແລ້ວ.

"ເພາະຖ້າທ່ານໃຊ້ຊີວິດພຽງເພື່ອຈະຕອບສະຫນອງຄວາມຕ້ອງການອັນຊົ່ວຮ້າຍຂອງທ່ານ"

ທ່ານຈະຕ້ອງຕາຍ.

"ທ່ານຈະຖືກແຍກຈາກພຣະເຈົ້າແນ່ນອນ"

ແຕ່ຖ້າໂດຍພຣະວິນຍານທ່ານທຳລາຍການງານຂອງຮ່າງການເສັຽ.

ໂປໂລເວົ້າເຖິງການທີ່"ຕົວເກົ່າ"ຖືກຄຶງໄວ້ກັບພຣະຄຣິດໃນຖານະທີ່ເປັນຄົນທີ່ຕ້ອງຮັບຜິດຊອບຕໍ່ຄວາມປຣາຖນາອັນຊົ່ວຮ້າຍຂອງຕົນ"(ເບິ່ງ: rc://*/ta/man/translate/figs-metaphor)