lo_tn/rom/08/09.md

3.6 KiB

ໃນເນື້ອຫນັງ...ໃນພຣະວິນຍານ.

ໃຫ້ເບິ່ງວ່າຄຳເວົ້າເຫລົ່ານີ້ຖືກແປຢ່າງໃດໃນ 8:03

ພຣະວິນຍານ...ພຣະວິນຍານຂອງພຣະເຈົ້າ...ພຣະວິນຍານຂອງພຣະຄຣິດ.

ຄຳເຫຼົ່ານີ້ຫມາຍເຖິງພຣະວິນຍານບໍຣິສຸດ.

ຖ້າເປັນເລື່ອງຈິງທີ່

ຄຳເວົ້ານີ້ບໍ່ໄດ້ຫມາຍຄວາມວ່າໂປໂລສົງສັຍວ່າບາງຄົນໃນພວກເຂົາມີພຣະວິນຍານຂອງພຣະເຈົ້າ ໂປໂລຢາກໃຫ້ພວກເຂົາຮູ້ວ່າພວກເຂົາທັງຫມົດມີພຣະວິນຍານຂອງພຣະເຈົ້າ.ແປໄດ້ອີກຢ່າງວ່າ:"ເນື່ອງຈາກ"ຫຼື"ເພາະວ່າ"

ຖ້າພຣະຄຣິດສະຖິດຢູ່ໃນທ່ານ.

ອາດຈະມີການແປໃຫ້ຈະແຈ້ງວ່າພຣະຄຣິດໄດ້ຢູ່ໃນຕົວຄົນໄດ້ຢ່າງໃດ.ແປໄດ້ອີກຢ່າງວ່າ:"ຖ້າພຣະຄຣິດຢູ່ໃນທ່ານຜ່ານທາງພຣະວິນຍານບໍຣິສຸດ"(ເບິ່ງ: rc://*/ta/man/translate/figs-explicit)

ໃນດ້ານຫນຶ່ງຮ່າງກາຍຂອງທ່ານຈະຕາຍໄປໃນແງ່ຂອງບາບແຕ່ໃນອີກດ້ານຫນຶ່ງ.

ຄຳເວົ້າ"ໃນດ້ານຫນຶ່ງ"ແລະ"ແຕ່ໃນອີກດ້ານຫນຶ່ງແນະນຳນຳວິທີການຄິດກ່ຽວກັບບາງສິ່ງໃນສອງທາງທີ່ແຕກຕ່າງກ້ນ.ແປໄດ້ອີກຢ່າງວ່າ:"ຮ່າງກາຍຈະຕາຍໃນແງ່ຂອງຄວາມບາບແຕ່"(ເບິ່ງ: rc://*/ta/man/translate/figs-idiom)

ຮ່າງກາຍຂອງທ່ານຈະຕາຍໄປໃນແງ່ຂອງບາບ.

ຄວາມຫມາຍທີ່ເປັນໄປໄດ້ຄື 1)ຄົນນັ້ນຕາຍຝ່າຍວິນຍານຕໍ່ອຳນາດຂອງຄວາມບາບ ຫຼື 2)ຮ່າງກາຍທາງກາຍະພາບຈະຍັງຄົງຕາຍເພາະຄວາມບາບ(ເບິ່ງ: rc://*/ta/man/translate/figs-idiom)

ວິນຍານຈະດຳຣົງຢູ່ໂດຍຄວາມຊອບທັມ.

ຄວາມຫມາຍທີ່ເປັນໄປໄດ້ຄື 1)ຄົນນັ້ນມີຊີວິດໃນຝ່າຍວິນຍານເພາະພຣະເຈົ້າໄດ້ຊົງປຣະທານອຳນາດແກ່ເຂົາໃນການທຳສິ່ງທີ່ຖືກຕ້ອງຫຼື 2)ພຣະເຈົ້າຈະຊົງນຳຄົນນັ້ນກັບຄືນມາມີຊີວິດຫລັງຈາກທີ່ເຂົາຕາຍເພາະພຣະເຈົ້າຊົງຊອບທັມແລະປະທານຊີວິດນິຣັນດອນແກ່ຜູ້ເຊື່ອ(ເບິ່ງ: rc://*/ta/man/translate/figs-idiom)

ພຣະວິນຍານ...ພຣະວິນຍານຂອງພຣະເຈົ້າ...ພຣະວິນຍານຂອງພຣະຄຣິດ.

ຄຳເຫຼົ່ານີ້ຫມາຍເຖິງພຣະວິນຍານບໍຣິສຸດ.