lo_tn/rom/08/03.md

4.7 KiB

ເພາະວ່າສິ່ງຊຶ່ງກົດບັນຍັດທຳບໍ່ໄດ້ ເພາະເນື້ອຫນັງທຳໃຫ້ອ່ອນກຳລັງນັ້ນ ພຣະເຈົ້າໄດ້ຊົງທຳແລ້ວ.

ຈຸດນີ້ກົດບັນຍັດຖືກອະທິບາຍວ່າເປັນຄົນທີ່ບໍ່ສາມາດທຳລາຍອຳນາດຂອງຄວາມບາບໄດ້.ແປໄດ້ອີກຢ່າງວ່າ:"ເພາະວ່າທັມະບັນຍັດບໍ່ໄດ້ມີອຳນາດທີ່ຈະຢຸດຢັ້ງເຮົາຈາກການທຳບາບ,ເພາະວ່າອຳນາດຂອງບາບທີ່ຢູ່ພາຍໃນເຮົານັ້ນມີຫຼາຍເກີນໄປ,ແຕ່ພຣະເຈົ້າບໍ່ໄດ້ຊົງຢຸດຢັ້ງເຮົາຈາກການທຳບາບ"(ເບິ່ງ: rc://*/ta/man/translate/figs-personification)

ເພາະເນື້ອຫນັງ.

"ເພາະສະພາບໂດຍທັມະຊາດອັນຊົ່ວຮ້າຍຂອງມະນຸດ"

ພຣະອົງ...ຊົງສົ່ງພຣະບຸດຂອງພຣະອົງເອງມາໃນສະພາບເໝືອນເນື້ອໜັງທີ່ບາບ...ເຄື່ອງບູຊາໄຖ່ບາບ...ພຣະບຸດຈິ່ງຊົງລົງໂທດບາບ.

ພຣະບຸດຂອງພຣະເຈົ້າໄດ້ທຳໃຫ້ພຣະພິໂຣດອັນບໍຣິສຸດຂອງພຣະເຈົ້າທີ່ມີຕໍ່ຄວາມບາບຂອງເຮົາສິ້ນສຸດລົງແລ້ວຕະຫຼອດໄປໂດຍການປະທານຮ່າງກາຍແລະຊີວິດໃນສະພາບມະນຸດຂອງພຣະອົງເອງໃຫ້ເປັນເຄື່ຶອງບູຊາໄຖ່ບາບນິຣັນດອນ.

ພຣະບຸດ.

ຄຳນີ້ເປັນຊື່ເອີ້ນທີ່ສຳຄັນຂອງພຣະເຢຊູ ພຣະບຸດຂອງພຣະເຈົ້າ(ເບິ່ງ: rc://*/ta/man/translate/guidelines-sonofgodprinciples)

ໃນສະພາບເຫມືອນເນື້ອຫນັງທີ່ບາບ.

"ທີ່ເບິ່ງເຫມືອນມະນຸດທີ່ມີບາບຄົນອື່ນ"

ເພື່ອເປັນເຄື່ອງບູຊາໄຖ່ບາບ.

"ເພື່ອທີ່ວ່າພຣະອົງຈະສາມາດສິ້ນພຣະຊົນເພື່ອເປັນເຄື່ອງໄຖ່ບາບຂອງເຮົາ"

ແລະພຣະບຸດທີ່ຢູ່ໃນເນື້ອຫນັງຈຶ່ງໄດ້ຊົງລົງໂທດບາບ.

"ແລະພຣະເຈົ້າຊົງທຳລາຍອຳນາດຂອງຄວາມບາບຜ່ານທາງພຣະກາຍຂອງພຣະບຸດຂອງພຣະອົງ".

ຂໍ້ກຳນົດຂອງທັມະບັນຍັດຈະໄດ້ສຳເລັດໃນຕົວເຮົາ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປໄດ້ອີກຢ່າງວ່າ:"ເຮົາອາດຈະໄດ້ທຳໃຫ້ສິ່ງທີ່ທັມະບັນຍັດຮຽກຮ້ອງນັ້ນສຳເລັດ".(ເບິ່ງ: rc://*/ta/man/translate/figs-activepassive)

ເຮົາຜູ້ບໍ່ດຳເນີນຕາມເຫນືອຫນັງ.

"ເຮົາຜູ້ບໍ່ທຳຕາມຄວາມປາດຖະຫນາອັນຊົ່ວຮ້າຍຂອງເຮົາ"

ແຕ່ຕາມພຣະວິນຍານ.

"ແຕ່ທຳຕາມພຣະວິນຍານບໍຣິສຸດ"

ພຣະອົງ...ຊົງສົ່ງພຣະບຸດຂອງພຣະອົງເອງມາໃນສະພາບເຫມືອນເນື້ອຫນັງທີ່ບາບ...ເຄື່ອງບູຊາໄຖ່ບາບ...ພຣະບຸດຈິ່ງໄດ້ຊົງລົງໂທດບາບ.

ພຣະບຸດຂອງພຣະເຈົ້າໄດ້ທຳໃຫ້ພຣະພິໂຣດອັນບໍຣິສຸດຂອງພຣະເຈົ້າທີ່ມີຕໍ່ຄວາມບາບຂອງເຮົາສິ້ນສຸດລົງແລ້ວຕະຫລອດໄປໂດຍການປະທານຮ່າງກາຍແລະຊີວິດໃນສະພາບມະນຸດຂອງພຣະອົງເອງໃຫ້ເປັນເຄື່ຶອງບູຊາໄຖ່ບາບນິຣັນ.