lo_tn/rom/06/19.md

2.9 KiB

ຂ້າພຣະເຈົ້າເວົ້າຢ່າງມະນຸດ.

"ຈຸດນີ້ຂ້າພຣະເຈົ້າຍົກຕົວຢ່າງຈາກຊີວິດປະຈຳວັນ"

ເພາະເນື້ອຫນັງຂອງທ່ານອ່ອນກຳລັງ.

ຫຼາຍໆຄັ້ງທີ່ໂປໂລໃຊ້ຄຳວ່າ"ເນື້ອຫນັງ"ໃນລັກສະນະທີ່ກົງກັນຂ້າມກັບ"ວິນຍານ"ແປໄດ້ອີກຢ່າງວ່າ:"ເພາະວ່າທ່ານບໍ່ໄດ້ເຂົ້າໃຈເລື່ອງຝ່າຍວິນຍານຢ່າງເຕັມທີ"(ເບິ່ງ: rc://*/ta/man/translate/figs-metonymy)

ທ່ານເຄີຍໃຫ້ອະໄວຍະວະຂອງກາຍທ່ານເປັນທາດຂອງການໂສໂຄກແລະຂອງການຊົ່ວຮ້າຍ.

ຈຸດນີ້"ອະໄວຍະວະຂອງກາຍ"ຫມາຍເຖິງທັງຫມົດຂອງຄົນ,ແປໄດ້ອີກຢ່າງວ່າ:"ຍົກຕົວເອງໃຫ້ເປັນທາດຂອງທຸກສິ່ງທີ່ຊົ່ວຮ້າຍແລະບໍ່ເປັນທີ່ພໍພຣະໄທຂອງພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-synecdoche)

ໃຫ້ອະໄວຍະວະຂອງທ່ານເປັນທາດຂອງຄວາມຊອບທຳເພື່ອການຊຳລະໃຫ້ບໍລິສຸດ.

ຈຸດນີ້"ອະໄວຍະວະຂອງກາຍ"ຫມາຍເຖິງທັງຫມົດຂອງຄົນ,ແປໄດ້ອີກຢ່າງວ່າ:"ຍົກຕົວເອງໃຫ່ເປັນທາດຂອງສິ່ງທີ່ຖືກຕ້ອງສະເພາະພຣະພັກພຣະເຈົ້າ ເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ທ່ານບໍລິສຸດແລະປະທານອຳນາດແກ່ທ່ານໃນການຮັບໃຊ້ພຣະອົງ".(ເບິ່ງ: rc://*/ta/man/translate/figs-synecdoche)

ຂະນະນັ້ນທ່ານໄດ້ປະໂຫຍດຫຍັງໃນການເຫລົ່ານັ້ນ ຊຶ່ງບັດນີ້ທ່ານກໍຮູ້ສຶກລະອາຍ.

ໂປໂລໃຊ້ຮູບແບບຄຳຖາມເພື່ອເນັ້ນຢ້ຳວ່າການທຳບາບບໍສົ່ງຜົນດີຫຍັງແປໄດ້ອີກຢ່າງວ່າ:"ທ່ານບໍ່ໄດ້ຮັບປະໂຫຍດຫຍັງໃນການທຳສິ່ງເຫລົ່ານັ້ນທີ່ທຳໃຫ້ທ່ານຕ້ອງອັບອາຍໃນຕອນນີ້"(ເບິ່ງ: rc://*/ta/man/translate/figs-rquestion)