lo_tn/rom/06/17.md

3.1 KiB

ແຕ່ຈົ່ງຂອບຄຸນພຣະເຈົ້າ!

"ແຕ່ຂ້າພຣະເຈົ້າຂອບຄຸນພຣະເຈົ້າ!"

ເພາະວ່າເມື່ອກ່ອນນັ້ນທ່ານເປັນຜູ້ຮັບໃຊ້ຂອງບາບ.

ຈຸດນີ້"ຄວາມບາບ"ຖືກອະທິບາຍວ່າເປັນນາຍທີ່ທາດຈະຮັບໃຊ້ນອກຈາກນີ້"ຄວາມບາບ"ຍັງຫມາຍເຖິງອຳນາດທີ່ດຳຣົງຢູ່ພາຍໃນເຮົາທີ່ທຳໃຫ້ເຮົາເລືອກທຳໃນສິ່ງທີ່ຊົ່ວຮ້າຍ.ແປໄດ້ອີກຢ່າງວ່າ:"ເພາະທ່ານເປັນທາດຂອງອຳນາດບາບ"(ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-metonymy]])

ແຕ່ທ່ານມີໃຈເຊື່ອຟັງ.

ຈຸດນີ້ຄຳວ່າ"ໃຈ"ຫມາຍເຖິງການມີແຮງຈູງໃຈທີ່ຈິງໃຈແລະສັດຊື່ໃນການທຳບາງສິ່ງ,ແປໄດ້ອີກຢ່າງວ່າ:"ແຕ່ທ່ານເຊື່ອຟັງຢ່າງແທ້ຈິງ"(ເບິ່ງ: rc://*/ta/man/translate/figs-metonymy)

ຫຼັກຄຳສອນນັ້ນທີ່ຊົງປະທານໃຫ້ແກ່ທ່ານ.

ຈຸດນີ້"ຫຼັກຄຳສອນ"ຫມາຍເຖິງວິທີໃນການໃຊ້ຊີວິດທີ່ນຳໄປສູ່ຄວາມຊອບທຳ,ຜູ້ເຊື່ອປ່ຽນວິທີການໃຫ້ໃຊ້ຊີວິດແບບເກົ່າຂອງພວກເຂົາເພື່ອໃຫ້ເຂົ້າກັບວິທີການໃຊ້ຊີວິດແບບໃຫມ່ທີ່ຜູ້ນຳຄຣິດສະຕຽນສອນພວກເຂົາ.ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ ແປໄດ້ອີກຢ່າງວ່າ:"ຄຳສອນທີ່ຜູ້ນຳຄຣິດສະຕຽນໃຫ້ແກ່ທ່ານ"(ເບິ່ງ: rc://*/ta/man/translate/figs-activepassive).

ທ່ານໄດ້ຮັບການປົດປ່ອຍໃຫ້ພົ້ນຈາກບາບແລ້ວ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ພຣະຄຣິດໄດ້ຊົງກະທຳໃຫ້ທ່ານເປັນອິດສະຣະຈາກອຳນາດຂອງຄວາມບາບ"(ເບິ່ງ: rc://*/ta/man/translate/figs-activepassive)

ຜູ້ຮັບໃຊ້ຂອງຄວາມຊອບທ.

"ຕອນນີ້ທ່ານເປັນຜູ້ຮັບໃຊ້ສຳລັບການທຳສິ່ງທີ່ຖືກຕ້ອງ"