lo_tn/rom/06/15.md

3.6 KiB

ຖ້າເຊັ່ນນັ້ນຈະເປັນຢ່າງໃດ,ເຮົາຈະທຳບາບເພາະວ່າເຮົາບໍ່ໄດ້ຢູ່ໃຕ້ພະບັນຍັດແຕ່ຢູ່ໃຕ້ພຣະຄຸນຫລື,ຢ່າໃຫ້ເປັນຢ່າງນັ້ນເລີຍ.

ໂປໂລໃຊ້ຄຳຖາມເພື່ອເນັ້ນຢ້ຳວ່າການດຳເນີນຊີວິດຢູ່ໃຕ້ພຣະຄຸນບໍ່ແມ່ນເຫດຜົນໃນການທຳບາບ,ແປໄດ້ອີກຢ່າງວ່າ:"ຢ່າງໃດກໍດີ,ການທີ່ເຮົາຜູກຕິດກັບພຣະຄຸນແທນທີ່ຈະເປັນພະບັນຍັດຂອງໂມເຊນັ້ນບໍ່ໄດ້ໝາຍຄວາມວ່າເຮົາໄດ້ຮັບອະນຸຍາດໃຫ້ທຳບາບ"(ເບິ່ງ: rc://*/ta/man/translate/figs-rquestion)

ຢ່າໃຫ້ເປັນຢ່າງນັ້ນເລີຍ.

ເຮົາບໍ່ຕ້ອງການຈະໃຫ້ສິ່ງນັ້ນເກີດຂຶ້ນ"ຫລື"ຂໍພຣະເຈົ້າຊ່ວຍ ຂ້າພຣະອົງບໍ່ໃຫ້ທຳເຊັ່ນນັ້ນ!"ສຳນວນນີ້ສະແດງເຖິງຄວາມປາດຖະຫນາຢ່າງແຮງກ້າວ່າສິ່ງນັ້ນຈະບໍ່ເກີດຂຶ້ນ.ທ່ານອາດຈະມີສຳນວນທີ່ໃກ້ຄຽງໃນພາສາຂອງທ່ານທີ່ທ່ານສາມາດທີ່ຈະໃຊ້ຈຸດນີ້ໄດ້ໃຫ້ເບິ່ງເໝືອນວ່າທ່ານແປຢ່າງໃດໃນ 3:31.

ທ່ານບໍ່ຮູ້ບໍວ່າ ຖ້າທ່ານຍົກຕົວເອງໃຫ້ເປັນຜູ້ຮັບໃຊ້ຂອງຜູ້ໃດທ່ານກໍຕ້ອງເຊື່ອຟັງແລທຳຕາມຄຳສັ່ງຂອງຜູ້ນັ້ນ.

ໂປໂລໃຊ້ຄຳຖາມເພື່ອຕໍ່ວ່າໃຜກໍຕາມທີ່ຄິດວ່າ ພຣະຄຸນຂອງພຣະເຈົ້າເປັນເຫດຜົນໃນການທຳບາບຕໍ່ໄປ ແປໄດ້ອີກຢ່າງວ່າ:"ທ່ານຄວນຈະຮູ້ວ່າທ່ານເປັນທາດຂອງນາຍທີ່ທ່ານເລືອກທີ່ຈະເຊື່ອຟັງ"(ເບິ່ງ: rc://*/ta/man/translate/figs-rquestion)

ນີ້ເປັນຄວາມຈິງບໍ່ວ່າທ່ານຈະເປັນຜູ້ຮັບໃຊ້ຂອງບາບຊຶ່ງນຳໄປສູ່ຄວາມຕາຍຫຼືເປັນຜູ້ຮັບໃຊ້ຂອງການເຊື່ອຟັງຊຶ່ງນຳໄປສູ່ຄວາມຊອບທຳກໍຕາມ.

ຈຸດນີ້ ໂປໂລອະທິບາຍ"ຄວາມບາບ"ແລະ"ການເຊື່ອຟັງ"ວ່າເປັນນາຍທີ່ທາດຕ້ອງຮັບໃຊ້ແປໄດ້ອີກຢ່າງວ່າ:"ທ່ານເປັນທາດຂອງບາບທີ່ນຳໄປສູ່ຄວາມຕາຍຝ່າຍວິນຍານຫລາຍທ່ານເປັນທາດຂອງການເຊື່ອຟັງທີ່ນຳໄປສູ່ການທຳສິ່ງທີ່ພຣະເຈົ້າຊົງປະສົງໃຫ້ທ່ານທຳ"(ເບິ່ງ: rc://*/ta/man/translate/figs-personification)