lo_tn/rom/06/12.md

5.5 KiB

ຂໍ້ມູນເຊ່ອມຕໍ່:

ໂປໂລເຕືອນເຮົາວ່າພຣະຄຸນຄອບຄອງຢູ່ເຫນືອເຮົາ ບໍ່ແມ່ນພະະບັນຍັດ ເຮົາບໍ່ແມ່ນທາດຂອງຄວາມບາບແຕ່ເປັນທາດຂອງພຣະເຈົ້າ.

ຢ່າໃຫ້ບາບມີອຳນາດເຫນືອ...ຢ່າຍອມໃຫ້ບາບມີອຳນາດເຫນືອ.

"ຄວາມບາບ"ຖືກອະທິບາຍວ່າເປັນກະສັດຫລືເຈົ້ານາຍຂອງຄົນຫນຶ່ງ(ເບິ່ງ: rc://*/ta/man/translate/figs-personification)

ກາຍທີ່ຕ້ອງຕາຍ.

ຄຳເວົ້ານີ້ຫມາຍເຖິງສ່ວນຮ່າງກາຍຂອງມະນຸດທີ່ຕ້ອງຕາຍ,ແປໄດ້ອີກຢ່າງວ່າ:"ທ່ານ"(ເບິ່ງ: rc://*/ta/man/translate/figs-synecdoche)

ຊຶ່ງທຳໃຫ້ຕ້ອງເຊື່ອຟັງຕັນຫາຂອງກາຍນັ້ນ.

ໃນຖານະທີ່ເປັນນາຍ"ຄວາມບາບ"ຕ້ອງການໃຫ້ຄົນບາບເຊື່ອຟັງຄຳສັ່ງຂອງມັນໃນການທຳສິ່ງຊົ່ວຮ້າຍ.

ຢ່າຍົກອະໄວຍະວະໃນກາຍຂອງທ່ານໃຫ້ແກ່ບາບເພື່ອເປັນເຄື່ອງໃຊ້ໃນການອະທຳ.

ພາບກໍຄືຄົນບາບຍົກ"ຮ່າງກາຍ"ຂອງເຂົາໃຫ້ກັບນາຍຫລືກະສັດ,ແປໄດ້ອີກຢ່າງວ່າ:"ຢ່າສະເຫນີຕົວເອງໃຫ້ກັບຄວາມບາບເພື່ອທີ່ທ່ານຈະທຳໃນສິ່ງທີ່ບໍ່ຖືກຕ້ອງ"(ເບິ່ງ: rc://*/ta/man/translate/figs-synecdoche)

ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ ເຫມືອນຄົນທີ່ເປັນຂຶ້ນມາຈາກຄວາມຕາຍແລ້ວແລະມີຊີວິດຢູ່.

ແປໄດ້ອີກຢ່າງວ່າ:"ແຕ່ຖວາຍຕົວເອງແກ່ພຣະເຈົ້າເພາະພຣະອົງປະທານຊີວິດໃຫມ່ໃນວິນຍານໃຫ້ແກ່ທ່ານ"

ຢ່າຍອມໃຫ້ບາບມີອຳນາດເໜືອທ່ານ.

ໂປໂລເວົ້າເຖິງ"ບາບ"ຈຸດນີ້ດັ່ງກັບວ່າເປັນກະສັດທີ່ປົກຄອງເໜືອຜູ້ຄົນ.ແປໄດ້ອີກຢ່າງວ່າ:"ຢ່າໃຫ້ຄວາມປາດຖະຫນາອັນຊົ່ວຮ້າຍຄວບຄຸມໃນສິ່ງທີ່ທ່ານທຳ"ຫຼື"ຢ່າຍອມໃຫ້ຕົນເອງເຮັດສິ່ງຊົ່ວຮ້າຍທີ່ທ່ານຕ້ອງການເຮັດ".(ເບິ່ງ: rc://*/ta/man/translate/figs-personification)

ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ ເຫມືອນເປັນຄົນທີ່ຄືນມາຈາກຄວາມຕາຍແລ້ວແລະມີຊີວິດຢູ່:

ຈຸດນີ້"ມີຊີວິດຢູ່"ຫມາຍເຖິງຊີວິດໃໝ່ຝ່າຍວິນຍານຂອງຜູ້ເຊື່ອ.ແປໄດ້ອີກຢ່າງວ່າ:"ແຕ່ຖວາຍຕົວເອງໃຫ້ແກ່ພຣະເຈົ້າເພາະພຣະອົງປະທານຊີວິດໃໝ່ຝ່າຍວິນຍານໃຫ້ແກ່ທ່ານ".(ເບິ່ງ: rc://*/ta/man/translate/figs-explicit)

ຢ່າຍົກອະໄວຍະວະໃນກາຍຂອງທ່ານໃຫ້ແກ່ບາບເປັນເຄື່ອງໃຊ້ໃນການອະທຳ.

ພາບກໍຄືຄົນບາບຍົກ"ຮ່າງກາຍ"ຂອງເຂົາໃຫ້ກັບນາຍຫລືກະສັດ"ອະໄວຍະວະໃນກາຍ"ຂອງຄົນຫນຶ່ງເປັນຄຳປຽບທຽບທີ່ໝາຍເຖິງທັງຫມົດຂອງຄົນໆຫນຶ່ງ,ແປໄດ້ອີກຢ່າງວ່າ:"ຢ່າສະເຫນີຕົວເອງໃຫ້ກັບຄວາມບາບເພື່ອທີ່ທ່ານຈະທຳໃນສິ່ງທີ່ບໍ່ຖືກຕ້ອງ"(ເບິ່ງ: rc://*/ta/man/translate/figs-explicit)

ເພາະວ່າທ່ານບໍ່ໄດ້ຢູ່ໃຕ້ພະບັນຍັດ.

ການ"ຢູ່ໃຕ້ພະບັນຍັດ"ຫມາຍເຖິງການຢູ່ໃຕ້ຂໍ້ຈຳກັດແລະຄວາມອ່ອນແອຂອງມັນ,ທ່ານອາດຈະທຳໃຫ້ຄວາມຫມາຍແບບເຕັມມີຄວາມຈະແຈ້ງໃນການແປຂອງທ່ານ.ແປໄດ້ອີກຢ່າງວ່າ:"ເພາະທ່ານບໍ່ໄດ້ຜູກຕິດກັບພະບັນຍັດຂອງໂມເຊອີກຕໍ່ໄປຊຶ່ງເປັນສິ່ງທີ່ບໍ່ສາມາດໃຫ້ອຳນາດແກ່ທ່ານໃນການເລີກທຳບາບ"(ເບິ່ງ: (See: rc://*/ta/man/translate/figs-explicit))