lo_tn/rom/06/10.md

3.0 KiB

ໃນເລື່ອງທີ່ກ່ຽວກັບຄວາມຕາຍ ທີ່ວ່າພຣະອົງໄດ້ຊົງຕາຍຕໍ່ບາບນັ້ນ ພຣະອົງໄດ້ຊົງຕາຍເທື່ອດຽວເປັນພໍ.

ຄຳເວົ້າ"ຄັ້ງດຽວເປັນພໍ"ຫມາຍເຖິງການທຳບາງຢ່າງໃຫ້ເສັດສິ້ນໂດຍສົມບູນ ທ່ານອາດຈະທຳໃຫ້ຄວາມຫມາຍແບບເຕັມມີຄວາມຈະແຈ້ງໃນການແປຂອງທ່ານໄດ້,ແປໄດ້ອີກຢ່າງວ່າ:"ເພາະເມື່ອພຣະອົງສິ້ນພຣະຊົນ ພຣະອົງຊົງທຳລາຍອຳນາດຂອງຄວາມບາບໄປຢ່າງສິ້ນເຊີງ".(ເບິ່ງ: (See: [[rc:///ta/man/translate/figs-idiom]] and [[rc:///ta/man/translate/figs-explicit]]))

ໃນທຳນອງດຽວກັນ ທ່ານຕ້ອງຖືວ່າ.

"ຄິດວ່າຕົນເອງເປັນ"ຫຼື"ເບິ່ງຕົນເອງວ່າ"

ຕາຍຕໍ່ບາບ.

ເຊັ່ນດຽວກັບການທີ່ຄົນຫນຶ່ງ ບໍ່ສາມາດບັງຄັບສົບເຮັດຫຍັງໄດ້ ຄວາມບາບກໍບໍ່ມີອຳນາດທີ່ຈະບັງຄັບໃຫ້ລົບຫລູ່ພຣະເຈົ້າໄດ້,ແປໄດ້ອີກຢ່າງຫນຶ່ງວ່າ:"ດັ່ງກັບວ່າທ່ານໄດ້ຕາຍຕໍ່ອຳນາດຂອງຄວາມບາບ".(ເບິ່ງ: rc://*/ta/man/translate/figs-metaphor)

ຕາຍຕໍ່ບາບແຕ່ມີຊີວິດຢູ່ເພື່ອພຣະເຈົ້າ.

"ຕາຍຕໍ່ອຳນາດຂອງບາບ ແຕ່ໃຊ້ຊີວິດເພື່ອກຽດຕິຍົດແດ່ພຣະເຈົ້າ"

ທ່ານຕ້ອງຖືວ່າຕົວທ່ານເອງໄດ້ຕາຍຕໍ່ບາບໃນດ້ານຫນຶ່ງ ແຕ່ໃນອີກດ້ານຫນຶ່ງກໍມີຊີວິດຢູ່ເພື່ອພຣະເຈົ້າ.

ຄຳເວົ້າ"ໃນດ້ານຫນຶ່ງ"ແລະ"ໃນອີກດ້ານຫນຶ່ງ"ນຳສະເຫນີວິທີຄິດສອງດ້ານທີ່ແຕກຕ່າງກັນກ່ຽວກັບບາງສິ່ງ,ແປໄດ້ອີກ"ຢ່າງວ່າ:"ຕາຍຕໍ່ບາບແຕ່ມີຊີວິດຢູ່ເພື່ອພຣະເຈົ້າ".

ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູຄຣິດ.

"ໃຊ້ຊີວິດເພື່ອຖວາຍກຽດຕິຍົດແດ່ພຣະເຈົ້າຜ່ານທາງອຳນາດທີ່ພຣະເຢຊູຄຣິດປະທານແກ່ເຮົາ"