lo_tn/rom/06/04.md

3.0 KiB

ເຫດສະນັ້ນ ເຮົາຈິ່ງຖືກຝັງໄວ້ກັບພຣະອົງແລ້ວໂດຍການຮັບບັບຕິສະມາເຂົ້າໃນການຕາຍນັ້ນ.

ຈຸດນີ້ໂປໂລເວົ້າເຖິງການຮັບບັບຕິສະມາຂອງຜູ້ເຊື່ອໃນນ້ຳ ດັ່ງກັບວ່າເປັນຄວາມຕາຍແລະການຝັງ.ແປໄດ້ອີກຢ່າງວ່າ:"ເມື່ອຄົນໜຶ່ງໃຫ້ບັບຕິສະມາແກ່ເຮົານັ້ນກໍເຫມືອນກັບວ່າຄົນນັ້ນໄດ້ຝັງເຮົາໄປພ້ອມກັບພຣະຄຣິດໃນຫລຸມມຝັງສົບແລ້ວ".(ເບິ່ງ: rc://*/ta/man/translate/figs-metaphor)

ພຣະຄຣິດໄດ້ຖືກຊຸບໃຫ້ເປັນຂຶ້ນມາຈາກຄວາມຕາຍໂດຍພຣະສີລິຂອງພຣະບິດາສັນໃດເຮົາກໍຈະໄດ້ດຳເນີນຊີວິດໃຫມ່ດ້ວຍສັນນັ້ນ.

ຂໍ້ຄວາມນີ້ປຽບການທີ່ຜູ້ເຊື່ອກັບມາມີຊີວິດຝ່າຍວິນຍານກັບການທີ່ພຣະເຢຊູຊົງກັບມາມີຊີວິດຝ່າຍຮ່າງກາຍ ຊີວິດໃຫມ່ໃນຝ່າຍວິນຍານຂອງຜູ້ເຊື່ອທຳໃຫ້ຄົນນັ້ນສາມາດເຊື່ອຟັງພຣະເຈົ້າໄດ້.ແປໄດ້ອີກຢ່າງໂດຍການໃຫ້ປະທານເປັນຜູ້ກະທຳຄື:"ເຊັ່ນດຽວກັບການທີ່ພຣະບິດາຊົງນຳພຣະເຢຊູໃຫ້ກັບຄືນມາມີຊີວິດອີກຄັ້ງຫຼັງຈາກທີ່ພຣະອົງສິ້ນພຣະຊົນເຮົາກໍຈະມີຊີວິດໃຫມ່ຝ່າຍວິນຍານແລະເຊື່ອຟັງພຣະເຈົ້າ"(ເບິ່ງ: [[rc:///ta/man/translate/figs-simile]] and [[rc:///ta/man/translate/figs-activepassive]])

ໄດ້ເຂົ້າສະຫນິດກັບພຣະອົງໃນການຕາຍຢ່າງພຣະອົງແລ້ວ...ເຂົ້າສະຫນິດກັບພຣະອົງໃນການເປັນຂຶ້ນມາຈາກຄວາມຕາຍຢ່າງພຣະອົງ.

"ມີສ່ວນຮ່ວມກັບພຣະອົງໃນຄວາມຕາຍຂອງພຣະອົງ...ມີສ່ວນຮ່ວມກັບພຣະອົງໃນຊີວິດຫລັງຄວາມຕາຍ"ແປໄດ້ອີກຢ່າງວ່າ:"ຕາຍກັບພຣະອົງ...ກັບຄືນມາມີຊີວິດກັບພຣະອົງ"(ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-activepassive]])