lo_tn/rom/06/01.md

3.6 KiB

ຂໍ້ມູນເຊື່ອມຕໍ່:

ພາຍໃຕ້ພຣະຄຸນນັ້ນ ໂປໂລບອກໃຫ້ຄົນທີ່ເຊື່ອໃນພຣະເຢຊູດຳເນີນຊີວິດໃຫມ່ເຫມືອນກັບວ່າຕາຍຕໍ່ບາບແລະມີຊີວິດເພື່ອພຣະເຈົ້າ.

ຖ້າຢ່າງນັ້ນແລ້ວເຮົາຈະວ່າຢ່າງໃດ ຄວນທີ່ເຮົາຈະຢູ່ໃນບາບຕໍ່ໄປ ເພື່ອໃຫ້ພຣະຄຸນປາກົດຫລາຍຍິ່ງຂຶ້ນຫຼລື.

ໂປໂລຖາມຄຳຖາມແບບສຳນວນໂວຫານເຫລົ່ານີ້ເພື່ອດຶງດູດຄວາມສົນໃຈຂອງຜູ້ອ່ານຂອງເຂົາ.ແປໄດ້ອີກຢ່າງວ່າ:"ຖ້າເຊັ່ນນັ້ນເຮົາຈະວ່າຢ່າງໃດກ່ຽວກັບທັງຫມົດນີ້ ແນ່ນອນວ່າເຮົາບໍ່ຄວນທຳຄວາມບາບຕໍ່ໄປເພື່ອທີ່ວ່າພຣະເຈົ້າຈະໄດ້ປະທານພຣະຄຸນໃຫ້ເຮົາຫຼາຍຍິ່ງຂຶ້ນໄປອີກ.(ເບິ່ງ: rc://*/ta/man/translate/figs-rquestion)

ເຮົາຈະວ່າ.

ຄຳວ່າ"ເຮົາ"ຫມາຍເຖິງໂປໂລຜູ້ອ່ານຂອງເຂົາ ແລະຄົນອື່ນໆ (ເບິ່ງ: rc://*/ta/man/translate/figs-inclusive)

ພວກເຮົາທີ່ຕາຍຕໍ່ບາບແລ້ວຈະຍັງຄົງມີຊີວິດຢູ່ໃນບາບໄດ້ຢ່າງໃດ.

ບ່ອນນີ້"ຕາຍຕໍ່ບາບ"ໝາຍຄວາມວ່າຄົນເຫຼົ່ານັ້ນທີ່ຕິດຕາມພຣະເຢຊູຕອນນີ້ເປັນເໝືອນຄົນຕາຍທີ່ຈະບໍ່ສາມາດໄດ້ຮັບຜົນກະທົບຈາກຄວາມບາບອີກ.ໂປໂລຖາມຄຳຖາມແບບສຳນວນໂວຫານນີ້ເພື່ອເພີ້ມການເນັ້ນຢ້ຳ,ແປໄດ້ອີກຢ່າງວ່າ:"ຕອນນີ້ພວກເຮົາເປັນເໝືອນຄົນຕາຍທີ່ຄວາມບາບບໍ່ມີຜົນຫຍັງແລ້ວ, ດັ່ງນັ້ນແນ່ນອນວ່າເຮົາບໍ່ຄວນຈະເຮັດບາບອີກຕໍ່ໄປ!"(ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-rquestion]])

ທ່ານບໍ່ຮູ້ບໍຄົນທັງຫລາຍທີ່ໄດ້ຮັບບັບຕິດສະມາເຂົ້າໃນພຣະເຢຊູຄຣິດ ກໍໄດ້ຮັບບັບຕິດສະມາເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ.

ໂປໂລໃຊ້ຄຳຖາມນີ້ເພື່ອເພີ້ມການເນັ້ນຢ້ຳ,ແປໄດ້ອີກຢ່າງວ່າ:"ຈົ່ງຈຳໄວ້ວ່າເມື່ອມີຄົນໃຫ້ບັບຕິສະມາແກ່ເຮົາເພື່ອສະແດງວ່າເຮົາມີຄວາມສຳພັນກັບພຣະຄຣິດ,ສິ່ງນີ້ຍັງສະແດງວ່າເຮົາໄດ້ຕາຍໄປພ້ອມກັບພຣະຄຣິດເທິງໄມ້ກາງແຂນແລ້ວ!(ເບິ່ງ: rc://*/ta/man/translate/figs-rquestion)