lo_tn/rom/05/20.md

4.1 KiB

ການທີ່ມີພະບັນຍັດມາປະກອບ.

ຈຸດນີ້ໂປໂລເວົ້າເຖິງພະບັນຍັດດັ່ງກັບວ່າເປັນຄົນ,ແປໄດ້ອີກຢ່າງວ່າ:ພຣະເຈົ້າປະທານພະບັນຍັດຂອງພຣະອົງແກ່ໂມເຊ"(ເບິ່ງ: rc://*/ta/man/translate/figs-personification)

ການລະເມີດປາກົດຫລາຍຂຶ້ນ.

ໂປໂລເວົ້າເຖິງ"ການລະເມີດ"ຫຼືບາບ ດັ່ງກັບວ່າເປັນສິ່ງມີຊີວິດ,ແປໄດ້ອີກຢ່າງວ່າ:"ມະນຸດຈະຮູ້ສຶກວ່າພວກເຂົາໄດ້ທຳຄວາມບາບຫລາຍພຽງໃດ"(ເບິ່ງ: rc://*/ta/man/translate/figs-personification)

ປາກົດຫລາຍຂຶ້ນ.

"ເພີ້ມຂຶ້ນ"

ພຣະຄຸນກໍຈະຍິ່ງສົມບູນໄປຫລາຍກ່ວານັ້ນ

ຈຸດນີ້"ພຣະຄຸນ"ຫມາຍເຖິງພຣະພອນທີ່ບໍ່ສົມຄວນໄດ້ຮັບຈາກພຣະເຈົ້າ,ແປໄດ້ອີກຢ່າງວ່າ:"ພຣະເຈົ້າຍັງຊົງປະຕິບັດຕໍ່ພວກເຂົາດ້ວຍຄວາມກະລຸນາຫຼາຍຂຶ້ນໄປອີກ ໃນແບບທີ່ພວກເຂົາບໍ່ສົມຄວນໄດ້ຮັບ"(ເບິ່ງ: rc://*/ta/man/translate/figs-explicit)

ບາບໄດ້ຄອບງຳທຳໃຫ້ເຖິງຄວາມຕາຍແນວໃດ.

ຈຸດນີ້ໂປໂລເວົ້າເຖິງ"ບາບ"ດັ່ງກັບວ່າເປັນກະສັດທີ່ປົກຄອງ.ແປໄດ້ອີກຢ່າງວ່າ:"ຢ່າງທີ່ຄວາມບາບສົ່ງຜົນໃຫ້ເກີດຄວາມຕາຍ"(ເບິ່ງ: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-metaphor]])

ພຣະຄຸນກໍຄອບຄອງຜ່ານທາງຄວາມຊອບທຳໃຫ້ເຖິງຊີວິດນິລັນໂດຍທາງພຣະເຢຊູຄຣິດ ອົງພຣະຜູ້ເປັນເຈົ້າຂອງເຮົາ.

ໂປໂລເວົ້າເຖິງ"ພຣະຄຸນ"ຈຸດນີ້ດັ່ງກັບວ່າເປັນກະສັດທີ່ປົກຄອງ,ແປໄດ້ອີກຢ່່າງວ່າ:"ພຣະຄຸນໃຫ້ຊີວິດນິລັນແກ່ຜູ້ຄົນໂດຍທາງຄວາມຊອບທຳຂອງພຣະເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ"(ເບິ່ງ: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-metaphor]])

ພຣະຄຸນກໍຄອບຄອງຜ່ານທາງຄວາມຊອບທຳ.

ໂປໂລເວົ້າເຖິງ"ພຣະຄຸນ"ຈຸດນີ້ດັ່ງກັບວ່າເປັນກະສັດທີ່ປົກຄອງຄຳວ່າ"ຄວາມຊອບທຳ"ຫມາຍເຖິງຄວາມສາມາດຂອງພຣະເຈົ້າໃນການທຳໃຫ້ມະນຸດຖືກຕ້ອງກັບພຣະອົງ ແປໄດ້ອີກຢ່າງວ່າ:"ເພື່ອທີ່ພຣະເຈົ້າຈະປະທານຂອງປະທານແບບໃຫ້ລ້າໆຂອງພຣະອົງແກ່ມະນຸດເພື່ອເຮັດໃຫ້ພວກເຂົາຖືກຕ້ອງກັບພຣະອົງ."(ເບິ່ງ: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-explicit]])

ອົງພຣະຜູ້ເປັນເຈົ້າຂອງເຮົາ.

ໂປໂລຫມາຍລວມເຖິງໂຕເອງ ຜູ້ອ່ານຂອງເຂົາ ແລະຜູ້ເຊື່ອທຸກຄົນ(ເບິ່ງ: rc://*/ta/man/translate/figs-inclusive)