lo_tn/rom/05/18.md

2.7 KiB

ຜ່ານທາງການລະເມີດຄັ້ງດຽວ

"ໂດຍທາງຄວາມບາບຄັ້ງດຽວທີ່ກະທຳໂດຍອາດາມ"ຫລື"ເນື່ອງມາຈາກຄວາມບາບຂອງອາດາມ"

ການພິພາກສາລົງໂທດໄດ້ມາເຖິງຄົນທັງປວງ

ຈຸດນີ້"ການພິພາກສາລົງໂທດ"ຫມາຍເຖິງການລົງໂທດຂອງພຣະເຈົ້າ.ແປໄດ້ອີກຢ່າງວ່າ"ມະນຸດທຸກຄົນສົມຄວນໄດ້ຮັບການລົງໂທດຈາກພຣະເຈົ້າສຳລັບຄວາມບາບ" (ເບິ່ງ: rc://*/ta/man/translate/figs-explicit)

ການກະທຳຄັ້ງດຽວ.

ການເສຍສະຫລະຂອງພຣະເຢຊູຄຣິດ.

ນຳຄວາມຊອບທຳແຫ່ງຊີວິດມາເຖິງຄົນທັງປວງ

ຈຸດນີ້"ນຳຄວາມຊອບທຳ"ໝາຍເຖິງຄວາມສາມາດຂອງພຣະເຈົ້າໃນການເຮັດໃຫ້ມະນຸດຖືກຕ້ອງກັບພຣະອົງ.ແປໄດ້ອີກຢ່າງວ່າ:"ຂໍ້ສະເຫນີຂອງພຣະເຈົ້າໃນການເຮັດໃຫ້ມະນຸດທຸກຄົນຖືກຕ້ອງກັບພຣະອົງ"(ເບິ່ງ: rc://*/ta/man/translate/figs-explicit)

ຄົນດຽວທີ່ບໍ່ເຊື່ອຟັງ.

ການບໍ່ເຊື່ອຟັງຂອງອາດາມ

ຄົນຢ່າງຫລວງຫລາຍກາຍເປັນຄົນບາບ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:" ຄົນທັງປວງໄດ້ເຮັດບາບ"(ເບິ່ງ: rc://*/ta/man/translate/figs-activepassive)

ພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງ.

ການເຊື່ອຟັງຂອງພຣະເຢຊູ.

ຄົນເປັນອັນມາກຈະກາຍເປັນຄົນຊອບທຳ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້ແປໄດ້ອີກຢ່າງວ່າ:"ພຣະເຈົ້າຈະຊົງເຮັດໃຫ້ຄົນທັງປວງຖືກຕ້ອງກັບພຣະອົງ"(ເບິ່ງ: rc://*/ta/man/translate/figs-activepassive)