lo_tn/rom/05/08.md

2.9 KiB

ພິສູດ.

ທ່ານອາດຈະແປຄຳກິຣິຍາໃນຮູບແບບອະດີດໂດຍການໃຊ້"ສຳແດງ" ຫລື "ສະແດງໃຫ້ເຫັນ".

ເຮົາ...ເຮົາ.

"ເຮົາ"ແລະ "ເຮົາ" ທີ່ປາກົດທັງຫມົດຫມາຍເຖິງຜູ້ເຊື່ອທຸກຄົນແລະຄວນຈະລວມຢູ່ດ້ວຍ.(ເບິ່ງ: rc://*/ta/man/translate/figs-inclusive)

ເຫດສະນັ້ນ ໃນເມື່ອຂະນະນີ້ເຮົາໄດ້ເປັນຄົນຊອບທແລ້ວໂດຍພຣະໂລຫິດຂອງພຣະອົງ.

ຈຸດນີ້"ໄດ້ເປັນຄົນຊອບທຳ"ຫມາຍຄວາມວ່າພຣະເຈົ້າຊົງນຳເຮົາ ໃຫ້ມີຄວາມສຳພັນທີ່ຖືກຕ້ອງກັບພຣະອົງ,ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້,ແປອີກຢ່າງວ່າ:"ພຣະເຈົ້າຈະຊົງກະທຳເພື່ອເຮົາຫລາຍກ່ວານີ້ພຽງໃດໃນເມື່ອຂະນະນີ້ພຣະອົງໄດ້ຊົງກະທຳໃຫ້ເຮົາຖືກຕ້ອງກັບພຣະອົງໂດຍການສິ້ພຣະຊົນຂອງພຣະເຢຊູບົນໄມ້ກາງແຂນ"(ເບິ່ງ: [[rc:///ta/man/translate/figs-explicit]] and [[rc:///ta/man/translate/figs-activepassive]])

ພຣະໂລຫິດ.

ຄຳນີ້ເປັນຄຳທີ່ໃຊ້ແທນການສິ້ນພຣະຊົນເປັນເຄື່ອງບູຊາຂອງພຣະເຢຊູເທິງໄມ້ກາງແຂນ(ເບິ່ງ: rc://*/ta/man/translate/figs-metonymy)

ພົ້ນຈາກ.

ຄຳນີ້ຫມາຍຄວາມວ່າໂດຍການສິ້ນພຣະຊົນເປັນເຄື່ອງບູຊາຂອງພຣະເຢຊູບົນໄມ້ກາງແຂນ ພຣະເຈົ້າໄດ້ຊົງອະໄພໂທດບາບແກ່ເຮົາແລະຊ່ວຍເຮົາໃຫ້ພົ້ນຈາກການຖືກລົງໂທດໃນນະລົກສຳລັບຄວາມບາບຂອງເຮົາ.

ພຣະພິໂຣດຂອງພຣະເຈົ້າ.

ຈຸດນີ້"ພຣະພິໂຣດ"ເປັນຄຳທີ່ໃຊ້ແທນການລົງໂທດຂອງພຣະເຈົ້າທີ່ມີຕໍ່ຄົນເຫລົ່ານັ້ນທີ່ໄດ້ເຮັດບາບຕໍ່ພຣະອົງ.ແປໄດ້ອີກຢ່າງວ່າ"ການລົງໂທດຂອງພຣະເຈົ້າ"(ເບິ່ງ: rc://*/ta/man/translate/figs-metonymy)