lo_tn/rom/04/18.md

2.2 KiB

ບໍ່ວ່າສະຖານະການພາຍນອກເປັນຢ່າງໃດ.

ທ່ານອາດຈະແປຄວາມຫມາຍແບບເຕັມຂອງ"ສະຖານະການພາຍນອກ"ໃຫ້ຈະແຈ້ງ.ແປໄດ້ອີກຢ່າງວ່າ"ເຖິງວ່າຈະເບິ່ງເປັນໄປບໍ່ໄດ້ສຳລັບເຂົາທີ່ຈະມີເຊື້ອສາຍ"(ເບິ່ງ:igs_explicit)

ດັ່ງນັ້ນທ່ານຈິ່ງໄດ້ກາຍເປັນບິດາຂອງປະຊາຊາດທັງປວງ.

"ແລະຜົນຂອງຄວາມເຊື່ອຂອງອັບຣາຮາມກໍຄືເຂົາໄດ້ກາຍເປັນບິດາຂອງຫລາຍຊົນຊາດ"

ຕາມທີ່ພຣະເຈົ້າໄດ້ກ່າວໄວ້.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ດັ່ງທີ່ພຣະເຈົ້າໄດ້ເວົ້າກັບອັບຣາຮາມ"(ເບິ່ງ rc://*/ta/man/translate/figs-activepassive)

ພົງພັນຂອງເຈົ້າຈະຫລວງຫລາຍຢ່າງນັ້ນ

ທ່ານອາດຈະແປພຣະສັນຍາແບບເຕັມໆທີ່ພຣະເຈົ້າປະທານໃຫ້ແກ່ອັບຣາຮາມຢ່າງຈະແຈ້ງໄດ້.ແປໄດ້ອີກຢ່າງວ່າ:ເຈົ້າຈະມີເຊື້ອສາຍຫລາຍເກີນກ່ວາທີ່ເຈົ້າຈະນັບໄດ້"(ເບິ່ງ: rc://*/ta/man/translate/figs-activepassive)

ທ່ານບໍ່ໄດ້ອ່ອນແອໃນຄວາມເຊື່ອ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບບອກເລົ່າໄດ້,ແປໄດ້ອີກຢ່າງວ່າ:"ເຂົາຍັງຫມັ້ນຄົງໃນຄວາມເຊື່ອ"(ເບິ່ງ: rc://*/ta/man/translate/figs-explicit)