lo_tn/rom/04/13.md

3.5 KiB

ເພາະພຣະສັນຍາທີ່ປະທານກັບອັບຣາຮາມແລະຜູ້ສືບເຊື້ອສາຍຂອງທ່ານທີ່ວ່າພວກເຂົາຈະໄດ້ທັງໂລກເປັນມໍຣະດົກນັ້ນ.

ທ່ານອາດຈະແປຂໍ້ຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ:"ພຣະເຈົ້າໄດ້ຊົງສັນຍາແກ່ອັບຣາຮາມແລະເຊື້ອສາຍຂອງເຂົາວ່າພວກເຂົາຈະໄດ້ຮັບໂລກເປັນມໍຣະດົກ"(ເບິ່ງ: rc://*/ta/man/translate/figs-activepassive)

ເຊື້ອສາຍ

ມີການທີ່ກ່າວເຖິງທີ່ພຣະເຈົ້າໄດ້ຊົງເຮັດພຣະສັນຍາດ້ວຍ ດັ່ງກັບວ່າພວກເຂົາຈະໄດ້ຮັບຊັບສິນແລະຄວາມມັ່ງຄັ່ງຈາກສະມາຊິກໃນຄອບຄົວເປັນມໍຣະດົກ.(ເບິ່ງ: rc://*/ta/man/translate/figs-metaphor)

ແຕ່ມາໂດຍຄວາມຊອບທຳທີ່ມາຈາກຄວາມເຊື່ອ

ຄຳວ່າ"ພຣະເຈົ້າປະທານພຣະສັນຍາ"ຖືກປົດອອກຈາກຄຳນີ້ແຕ່ກໍຍັງເປັນທີ່ເຂົ້າໃຈກັນ.ທ່ານອາດຈະເເປຂໍ້ຄວາມນີ້ໂດຍການເພີ້ມຄຳທີ່ບອກເປັນໄນຍະເຫລົ່ານີ້,ແປໄດ້ອີກຢ່າງວ່າ:"ແຕ່ພຣະເຈົ້າປະທານພຣະສັນຍາຜ່ານທາງຄວາມເຊື່ອທີ່ພຣະອົງຊົງຖືວ່າເປັນຄວາມຊອບທຳ"(ເບິ່ງ: rc://*/ta/man/translate/figs-ellipsis)

ຖ້າຄົນເຫຼົ່ານັ້ນທີ່ຖືພະບັນຍັດຈະເປັນເຊື້ອສາຍ.

ຈຸດນີ້"ຖືພະບັນຍັດ"ຫມາຍເຖິງຄົນທີ່ເຊື່ອຟັງພະບັນຍັດ.ແປໄດ້ອີກຢ່າງວ່າ:ຖ້າຄົນທີ່ເຊື່ອຟັງພະບັນຍັດຈະໄດ້ຮັບໂລກເປັນມໍຣະດົກ".(ເບິ່ງ: rc://*/ta/man/translate/figs-explicit)

ຄວາມເຊື່ອທີ່ບໍ່ມີປະໂຫຍດແລະພຣະສັນຍາທີ່ເປັນໂມຄະ.

"ຄວາມເຊື່ອບໍ່ມີຄຸນຄ່າແລະພຣະສັນຍາກໍບໍ່ມີຄວາມຫມາຍ"

ແຕ່ທີ່ໃດບໍ່ມີພະບັນຍັດ ທີ່ນັ້ນກໍບໍ່ມີຄວາມລະເມີດ.

ທ່ານອາດຈະແປຂໍ້ຄວາມນີ້ທີ່ມີຢູ່ໃນຮູບປະຕິເສດຊ້ອນກັນເປັນຮູບບອກເລົ່າໄດ້.ແປໄດ້ອີກວ່າ:"ແຕ່ທີ່ໃດບໍ່ມີພະບັນຍັດກໍບໍ່ມີຫຍັງໃຫ້ຝ່າຝືນ"ຫລື"ເພາະວ່າທີ່ໃດມີພະບັນຍັດກໍມີບາງສິ່ງໃຫ້ຜູ້ຄົນຝ່າຝືນ"(ເບິ່ງ:igs_doublenegatives)