lo_tn/rom/03/21.md

3.2 KiB

ຂໍ້ມູມເຊື່ອມຕໍ່.

ຄຳວ່າ "ແຕ່" ຈຸດນີ້ສະແດງວ່າໂປໂລໄດ້ຈົບບົດນຳຂອງເຂົາແລ້ວແລະຕອນນີ້ເລີ້ມຕົ້ນເຂົ້າສູ່ປະເດັນຫຼັກ.

ບັດນີ້.

ຄຳວ່າ "ບັດນີ້" ຫມາຍເຖິງເວລາຕັ້ງແຕ່ທີ່ພຣະເຢຊູສະເດັດເຂົ້າມາໃນໂລກ.

ຄວາມຊອບທຳຂອງພຣະເຈົ້າໄດ້ປາກົດນອກເຫນືອພະບັນຍັດ.

ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳ.ແປໄດ້ອີກຢ່າງວ່າ: "ພຣະເຈົ້າໄດ້ຊົງສຳແດງວິທີການທີ່ຈະເປັນຄົນຊອບທຳຕໍ່ພຣະອົງໂດຍປາດສະຈາກການເຊື່ອຟັງພະບັນຍັດ".(ເບິ່ງ: rc://*/ta/man/translate/figs-activepassive)

ໂດຍມີພະຍານຄືພະບັນຍັດກັບພວກຜູ້ປະກາດພຣະຄຳ.

ຄຳວ່າ "ພະບັນຍັດກັບພວກຜູ້ປະກາດພຣະຄຳ"ຫມ າຍເຖິງສ່ວນຂອງພຣະຄຳພີທີ່ໂມເຊແລະຜູ້ປະກາດພຣະຄຳຂຽນໄວ້ໃນພຣະຄຳພີຢິວ.ບ່ອນນີ້ໂປໂລອະທິບາຍຄ້າຍກັບວ່າທັງສອງເປັນຄົນທີ່ເປັນພະຍານໃນສານ.ທ່ານອາດຈະແປຂໍ້ຄວາມນີ້ໄດ້ໃນຮູບແບບທີ່ປະທານເປັນຜູ້ກະທຳ.ແປໄດ້ອີກຢ່າງວ່າ: "ສິ່ງທີ່ໂມເຊແລະຜູ້ປະກາດພຣະຄຳຂຽນໄດ້ຢືນຢັນສິ່ງນີ້"(ເບິ່ງ: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-activepassive]])

ຄວາມຊອບທຳຂອງພຣະເຈົ້າ ຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດ.

ຈຸດນີ້ "ຄວາມຊອບທຳ" ຫມາຍເຖິງການຖືກຕ້ອງກັບພຣະເຈົ້າ,ແປໄດ້ອີກຢ່າງວ່າ: "ການຖືກຕ້ອງກັບພຣະເຈົ້າໂດຍທາງການເຊື່ອວາງໃຈໃນພຣະເຢຊູຄຣິດ."(ເບິ່ງ: rc://*/ta/man/translate/figs-explicit)

ເພາະວ່າຄົນທັງຫລາຍບໍ່ແຕກຕ່າງກັນ

ໂປໂລບອກເປັນຄຳອຸປະມາວ່າພຣະເຈົ້າຊົງຍອມຮັບທຸກຄົນໃນແບບດຽວກັນ,ແປໄດ້ອີກຢ່າງວ່າ: "ບໍ່ມີຄວາມແຕກຕ່າງເລີຍລະຫວ່າງຊາວຢິວແລະຊາວຕ່າງຊາດ" (ເບິ່ງ: rc://*/ta/man/translate/figs-explicit)