lo_tn/rom/03/19.md

2.9 KiB

ພະບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນກໍໄດ້ກ່າວແກ່.

ຈຸດນີ້ໂປໂລເວົ້າກ່ຽວກັບພະບັນຍັດຄ້າຍກັບວ່າເປັນສິ່ງທີ່ມີຊີວິດແລະມີສຽງຂອງຕົນເອງ.ແປໄດ້ອີກຢ່າງວ່າ: "ທຸກສິ່ງທີ່ພະບັນຍັດກ່າວວ່າຜູ້ຄົນຕ້ອງທຳນັ້ນກໍມີໄວ້ສຳລັບ" ຫຼື" ຄຳສັ່ງທຸກຂໍ້ທີ່ໂມເຊຂຽນໃນພະບັນຍັດນັ້ນກໍມີໄວ້ສຳລັບ"(ເບິ່ງ: rc://*/ta/man/translate/figs-personification)

ຄົນເຫລົ່ານັ້ນທີ່ຢູ່ໃຕ້ທັມະບັນຍັດ

"ຄົນເຫລົ່ານັ້ນທີ່ຕ້ອງເຊື່ອຟັງທັມບັນຍັດ"

ເພື່ອຈະປິດປາກທຸກຄົນ.

ຈຸດນີ້ "ປາກ" ເປັນຄຳປຽບທຽບທີ່ຫມາຍເຖິງຄຳທີ່ຜູ້ຄົນເວົ້າ,ທ່ານອາດຈະແປຄວາມນີ້ໃນຮູບແບບທີ່ປະທານເປັນຜູ້ກະທຳໄດ້.ແປໄດ້ອີກຢ່າງວ່າ: "ເພື່ອທີ່ບໍ່ມີໃຜຈະສາມາດເວົ້າເຫດຜົນໃນການປົກປ້ອງຕົນເອງໄດ້" (ເບິ່ງ: [[rc:///ta/man/translate/figs-synecdoche]] and [[rc:///ta/man/translate/figs-activepassive]])

ເພື່ອໃຫ້ມະນຸດທຸກຄົນໃນໂລກຢູ່ໃຕ້ການພິພາກສາຂອງພຣະເຈົ້າ.

ຈຸດນີ້ "ໂລກ" ເປັນຄຳປຽບທຽບທີ່ສະແດງເຖິງມະນຸດທຸກຄົນທີ່ອາໄສຢູ່ໃນໂລກ.ແປໄດ້ອີກຢ່າງວ່າ: "ເພື່ອວ່າພຣະເຈົ້າຈະຊົງສາມາດປະກາດໄດ້ວ່າທຸກຄົນໃນໂລກນີ້ມີຄວາມຜິດ!"(ເບິ່ງ: rc://*/ta/man/translate/figs-synecdoche)

ເນື້ອຫນັງ.

ຈຸດນີ້ "ເນື້ອຫນັງ" ຫມາຍເຖິງມະນຸດທຸກຄົນ.

ເພາະວ່າ.

ຄວາມຫມາຍທີ່ເປັນໄປໄດ້ຄື"ດັ່ງນັ້ນ"ຫຼື"ນີ້ເປັນເພາະວ່າ"

ພະບັນຍັດນັ້ນເຮັດໃຫ້ເຮົາຮູ້ຈັກບາບ.

"ເມື່ອຄົນຫນຶ່ງຮູ້ເຖິງພະບັນຍັດຂອງພຣະເຈົ້າ ເຂົາກໍຮູ້ວ່າເຂົາໄດ້ທຳບາບ".