lo_tn/rom/03/15.md

2.5 KiB

ຂອງພວກເຂົາ...ຂອງພວກເຂົາ...ຄົນເຫລົ່ານີ້...ຂອງພວກເຂົາ.

ຄຳນີ້ຫມາຍເຖິງຊາວຢິວແລະຊາວກຣີກໃນ 3:9.

ຕີນຂອງພວກເຂົາວ່ອງໄວໃນການທຳໃຫ້ນອງເລືອດ.

ຈຸດນີ້ "ຕີນ" ເປັນຄຳປຽບທຽບທີ່ສະແດງເຖິງຕົວຂອງຄົນ,ຄຳວ່າ "ເລືອດ" ເປັນຄຳອຸປະມາທີ່ຫມາຍເຖິງການຂ້າຄົນ,ແປໄດ້ອີກຢ່າງວ່າ:"ພວກເຂົາກຳລັງຮີບທີ່ຈະທຳຮ້າຍແລະຂ້າຜູ້ຄົນ".(ເບິ່ງ: [[rc:///ta/man/translate/figs-synecdoche]] and [[rc:///ta/man/translate/figs-metaphor]])

ໃນທາງເດີນຂອງພວກເຂົາມີຄວາມພິນາດແລຄວາມທຸກ.

ຈຸດນີ້ "ຄວາມພິນາດແລະຄວາມທຸກ" ເປັນຄຳປຽບທຽບທີ່ສະແດງເຖິງອັນຕະລາຍທີ່ຄົນເຫລົ່ານີ້ຈະກໍ່ໃຫ້ເກີດແກ່ຜູ້ອື່ນ.ແປໄດ້ອີກຢ່າງວ່າ: "ພວກເຂົາພະຍາຍາມທີ່ຈະທຳລາຍຜູ້ອື່ນແລະທຳໃຫ້ພວກເຂົາທົນທຸກ".(ເບິ່ງ: rc://*/ta/man/translate/figs-metonymy)

ທາງແຫ່ງສັນຕິສຸກ.

"ວິທີການທີ່ຈະໃຊ້ຊີວິດຢ່າງມີສັນຕິສຸກກັບຜູ້ອື່ນ" ຄຳວ່າ"ທາງ"ຄືຖະຫນົນຫຼືທາງເດີນ.

ພວກເຂົາບໍ່ເຄີຍຄິດທີ່ຈະຢຳເກງພຣະເຈົ້າເລີຍ.

ຈຸດນີ້ ຢຳເກງ"ເປັນຄຳປຽບທຽບທີ່ຈະສະແດງເຖິງການໃຫ້ກຽດພຣະເຈົ້າແລະຄວາມເຕັມໃຈທີ່ຈະຍົກຍ້ອງພຣະອົງ,ແປໄດ້ອີກຢ່າງວ່າ:"ທຸກຄົນປະຕິເສດທີ່ຈະຖວາຍກຽດທີ່ພຣະອົງຊົງສົມຄວນຈະໄດ້ຮັບແກ່ພຣະອົງ". (ເບິ່ງ: rc://*/ta/man/translate/figs-synecdoche)