lo_tn/rom/03/13.md

2.8 KiB

ຂອງພວກເຂົາ.

ຄຳວ່າ "ຂອງພວກເຂົາ"ຈຸດນີ້ຫມາຍເຖິງ"ຊາວຢິວແລະຊາວກຣີກ"ຂອງ 3:9.

ລຳຄໍຂອງພວກເຂົາຄືຫລຸມຝັງສົບທີ່ເປີດຢູ່.

ຄຳວ່າ "ລຳຄໍ" ເປັນຄຳທີ່ໃຊ້ແທນທຸກສິ່ງທີ່ຜູ້ຄົນກ່າວທີ່ບໍ່ຊອບແລະຫນ້າລັງກຽດ.ຈຸດນີ້"ຫລຸມຝັງສົບທີ່ເປີດຢູ່"ເປັນຄຳອຸປະມາທີ່ຫມາຍເຖິງກິ່ນເເຫນ້ນຂອງຄຳເວົ້າຊົ່ວຮ້າຍຂອງຜູ້ຄົນ(ເບິ່ງ: [[rc:///ta/man/translate/figs-metonymy]] and [[rc:///ta/man/translate/figs-metaphor]])

ພວກເຂົາໃຊ້ລີ້ນໃນການລໍ້ລວງ

ຄຳວ່າ "ລີ້ນ" ເປັນຄຳທີ່ໃຊ້ແທນຄຳເວົ້າຫລອກລວງທີ່ຜູ້ຄົນເວົ້າ,ແປໄດ້ອີກຢ່າງວ່າ:"ຜູ້ເວົ້າຂີ້ຕົວະ" (ເບິ່ງ: rc://*/ta/man/translate/figs-metonymy)

ປາກຂອງເຂົາເຕັມໄປດ້ວຍຄວາມປ້ອຍດ່າແລະຄຳຂົມຂື່ນ.

ຈຸດນີ້ "ປາກ" ເປັນຄຳປຽບທຽບທີ່ສະແດງເຖິງຄຳເວົ້າຊົ່ວຮ້າຍຂອງຜູ້ຄົນ,ຄຳວ່າ "ເຕັມ" ເປັນຄຳເວົ້າເກີນຈິງທີ່ໃຊ້ສຳລັບການເນັ້ນຢ້ຳ,ແປໄດ້ອີກຢ່າງວ່າ: "ພວກເຂົາກ່າວຄຳສາບແຊ່ງແລຄຳເວົ້າໂຫດຮ້າຍ"ູ່ສະເຫມີ" .(ເບິ່ງ: [[rc:///ta/man/translate/figs-metaphor]] and [[rc:///ta/man/translate/figs-metonymy]])

ພິດຂອງງູຮ້າຍຢູ່ໃຕ້ຮິມຜີປາກຂອງພວກເຂົາ.

ຈຸດນີ້ "ພິດຂອງງູຮ້າຍ" ເປັນຄຳອຸປະມາທີ່ໃຊ້ໃນການສະແດງເຖິງອັນຕະຣາຍອັນໃຫຍ່ຫລວງຂອງຄຳເວົ້າຊົ່ວຮ້າຍທີ່ຄົນຜູ້ເວົ້າ ຄຳວ່າ "ຮິມຜີປາກ" ຫມາຍເຖິງຄຳເວົ້າຂອງຜູ້ຄົນ,ແປໄດ້ອີກຢ່າງວ່າ: "ຄຳເວົ້າຊົ່ວຮ້າຍຂອງພວກເຂົາທຳຮ້າຍຜູ້ຄົນ ເຫມືອນກັບພິດຂອງງູທີ່ມີພິດ".(ເບິ່ງ: [[rc:///ta/man/translate/figs-metonymy]] and [[rc:///ta/man/translate/figs-hyperbole]])